ປີ 2018, ຫວຽດນາມ ອາດຈະສົ່ງອອກເຂົ້າສານ 6,5 ລ້ານໂຕນ

(VOVWORLD) - ໃນ 2 ເດືອນຕົ້ນປີ 2018, ຫວຽດນາມ ໄດ້ສົ່ງອອກເຂົ້າສານກວ່າ 860.000 ໂຕນ ດ້ວຍມູນຄ່າເກືອບ 420 ລ້ານ USD, ເພີ່ມຂຶ້ນ 17%
ປີ 2018, ຫວຽດນາມ ອາດຈະສົ່ງອອກເຂົ້າສານ 6,5 ລ້ານໂຕນ - ảnh 1 ພາບປະກອບ

ຕາມທ່ານຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຮ່າກົງຕ໋ວນ ແລ້ວ, ປີ 2018, ຫວຽດນາມ ອາດຈະສົ່ງອອກເຂົ້າສານໃຫ້ໄດ້ 6,5 ລ້ານໂຕນ. ເພື່ອຮັກສາລາຄາເຂົ້າສານຂອງຫວຽດນາມ ໃນການສົ່ງອອກ, ໃນນັ້ນ ການສົ່ງອອກຂອງເຂົ້າສານທີ່ມີຄຸນນະພາບສູງຍັງກວມເອົາປະລິມານຫຼາຍ, ເຂົ້າສານທຳມະດາທີ່ສົ່ງອອກແມ່ນບໍ່ເກີນ 20%.

        ໃນ 2 ເດືອນຕົ້ນປີ 2018, ຫວຽດນາມ ໄດ້ສົ່ງອອກເຂົ້າສານກວ່າ 860.000 ໂຕນ ດ້ວຍມູນຄ່າເກືອບ 420 ລ້ານ USD, ເພີ່ມຂຶ້ນ 17% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2017. ຟິລິບປິນ ແມ່ນຕະຫຼາດນຳເຂົ້າເຂົ້າສານແຖວໜ້າຂອງຫວຽດນາມ ດ້ວຍອັດຕາສ່ວນກວມ 26,9%, ຢືນອັນດັບທີ 2 ແມ່ນຈີນ ດ້ວຍອັດຕາສ່ວນກວມ 23,5%.

ຕອບກັບ

ຂ່າວ/ບົດ​ອື່ນ