ປີ2013ແມ່ນປີພິເສດໃນການພົວພັນລະຫວ່າງຫວຽດນາມແລະຈີນ

ປີ2013ແມ່ນປີພິເສດໃນການພົວພັນລະຫວ່າງຫວຽດນາມແລະຈີນ - ảnh 1
ທ່ານ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຫງວຽນ​ທ້ຽນ​ເຍີນ
ພາບ:internet


(vovworld)-ທ່ານ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຫງວຽນ​ທ້ຽນ​ເຍີນ ​ໄດ້​ຢືນຢັນ​ຄື​ດັ່ງກ່າວ​ທີ່​ການ​ຕ້ອນຮັບ​ທ່ານ​ຮອງ​ປະທານ​ສະພາ​ປຶກສາ​ການ​ເມືອງ​ຈີ​ນ ຫວາງ​ເຢຍ​​ໄຮ ໃນ​ຕອນ​ເຊົ້າ​ວັນ​ທີ 19/12. ທີ່​ການ​ຕ້ອນຮັບ, ທ່ານ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຢືນຢັນ​ວ່າ: ປີ 2013 ​ແມ່ນ​ປີ​ມີ​ການຢ້ຽມຢາມ​ຂັ້ນ​ສູງ​ຂອງ​ການ​ນຳ​ລັດ, ລັດຖະບານ​ສອງ​ປະ​ເທດ. ​ເລື່ອງ​ຄະນະ​ຜູ້​ແທນ​ສະພາ​ປຶກສາ​ການ​ເມືອງ​ຈີນ ມາ​ຢ້ຽມຢາມ​ຫວຽດນາມ ຈະ​ປະກອບສ່ວນ​ເພີ່ມ​ທະວີ​ສາຍ​ພົວພັນ​ມິດຕະພາບ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ. ທ່ານ ຫວາງ​ເຢຍ​​ໄຮ ມີ​ຄວາມ​ເຊື່ອ​ໝັ້ນ​ວ່າ: ​ໄລຍະ​ຈະ​ມາ​ເຖິງ, ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ນັບ​ມື້​ນັບ​ພັດທະນາ, ໝັ້ນຄົງ​ຍາວ​ນານ, ກ້າວຫນ້າ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ສອງ​ປະ​ເທດ.

 

ຂ່າວ/ບົດ​ອື່ນ