ປີ2015 ຜັນຂະຫຍາຍບັນດາເອກະສານນິຕິກຳກ່ຽວຂ້ອງເຖິງສາສະຫນາຢ່າງມີປະສິດທິຜົນ

ປີ2015 ຜັນຂະຫຍາຍບັນດາເອກະສານນິຕິກຳກ່ຽວຂ້ອງເຖິງສາສະຫນາຢ່າງມີປະສິດທິຜົນ - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ
ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ
ພາບ:chinhphu.vn
(vovworld)- ຕອນ​ເຊົ້າ​ວັນ​ທີ 22/1, ກ່າວ​ຄ​ຳ​ເຫັນ​ທີ່ກອງ​ປະ​ຊຸມ​ຜັນ​ຂະ​ຫຍາຍ​ວຽກ​ງານ​ສາ​ສະ​ຫນາ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ສະ​ເຫນີ: ຄະ​ນະ​ສາ​ສະ​ຫນາ​ລັດ​ຖະ​ບານ ສືບ​ຕໍ່​ຊາບ​ຊືມ, ຜັນ​ຂະ​ຫຍາຍ​ບັນ​ດາ​ມະ​ຕິ, ການ​ສະ​ຫລຸບ, ຄຳ​ສັ່ງ​ຂອງ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ, ກົມ​ການ​ເມືອງ, ຄະ​ນ​ະ​ເລ​ຂາ ກ່ຽວ​ກັບ​ວຽກ​ງານ​ສາ​ສະ​ຫນາ, ຜັນ​ຂະ​ຫຍາຍ​ລັດ​ຖະ​ບັນ​ຍັດ​ວ່າ​ດ້ວຍ​ການ​ເຊື່ອ​ຖື​ສາ​ສະ​ຫນາ ແລະ ບັນ​ດາ​ເອ​ກະ​ສານ​ນິ​ຕິ​ກຳ​ກ່ຽວ​ຂ້ອງ​ເຖິງ​ສາ​ສະ​ຫນາ​ຢ່າງ​ມີ​ປະ​ສິດ​ທິ​ຜົນ. ຈາກນັ້ນ ຍູ້​ແຮງວຽກ​ງານ​ເປັນ​ເສ​ນາ​ທິ​ການ ຕໍ່ພັດ, ລັດ ເພື່ອ​ສ້າງ​ລະ​ບົບ​ກົດ​ໝາຍ​ກ່ຽວ​ກັບ​ການ​ເຊື່ອ​ຖື​ສາ​ສະ​ຫນາ​ໃຫ້​ສົມ​ບູນ​ແບບ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ເນັ້ນ​ຫນັກ​ວ່າ:

        “ຄວນ​ຮັບ​ປະ​ກັນ​ຄວາມ​ປ​ອ​ດ​ໄພ​ດ້ານ​ສາ​ສະ​ຫນາ, ເປັນ​ເຈົ້າ​ການ​ກຳ​ແຫນ້ນ​ສະ​ພາບ​ການ, ປະ​ຕິ​ບັດ​ການ​ຂົນ​ຂວາຍ​ເປັນ​ຢ່າງ​ດີ, ຄົ້ນ​ພົບ​ຄວາມ​ຂັດ​ແຍ້ງ​ກັນ​ໂດຍ​ໄວ, ບໍ່​ປະ​ໃຫ້​ກາຍ​ເປັນຈຸດ​ເຮັ່ງ​ຮ້ອນ. ມີ​ແຜນ​ການ​ແກ້​ໄຂ​ສິ່ງ​ທີ່​ຍັງ​ຄົງ​ຄ້າງ​ໃນ​ໄລ​ຍະ​ຍາວ​, ເປັນ​ຕົ້​ນ​ແມ່ນ​ບັນ​ຫາ​ທີ່​ດິນ.”

        ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ສະ​ເຫນີ​ຄະ​ນະ​ສາ​ສະ​ຫນາ​ລັດ​ຖະ​ບານ ຈົ່ງ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງວຽກ​ງານ​ການ​ຕ່າງ​ປະ​ເທດ​ສາ​ສະ​ຫນາ, ພິ​ເສດ​ກັບ​ລາວ, ກຳ​ປູ​ເຈຍ ແລະ ວາ​ຕີ​ກັງ.

ຂ່າວ/ບົດ​ອື່ນ