(VOVWORLD) -ວັນທີ 5 ພຶດສະພາ, ຢູ່ນະຄອນໂຮ່ຈີມິນ ໄດ້ດຳເນີນພິທີປຸກລະດົມລະດັບຊາດ ເດືອນຮັກສາຄວາມປອດໄພໃນການອອກແຮງງານຄັ້ງທີ 2
ການເຄື່ອນໄຫວເດືອນຮັກສາຄວາມປອດໄພໃນການອອກແຮງງານ |
ນີ້ແມ່ນການເຄື່ອນໄຫວຕົ້ນຕໍຂອງ ເດືອນຮັກສາຄວາມປອດໄພໃນການອອກແຮງງານປີນີ້ ຊຶ່ງໄດ້ດຳເນີນແຕ່ວັນທີ 1 ຫາວັນທີ 3 ພຶດສະພາ. ເດືອນຮັກສາຄວາມປອດໄພໃນການອອກແຮງງານປີນີ້ ມີຫົວຂໍ້ວ່າ “ ເປັນເຈົ້າການສະກັດກັ້ນ ແລະ ຄວບຄຸມບັນດາປັດໄຈທີ່ເປັນອັນຕະລາຍ, ກໍ່ຄວາມເສຍຫາຍຢູ່ບ່ອນເຮັດວຽກເພື່ອຈຳກັດອຸບັດຕິເຫດໃນການອອກແຮງງານ ແລະ ພະຍາດອາຊີບ ”. ທ່ານ ຫງວຽນແອງເທີ, ຮອງຫົວໜ້າກົມຮັກສາຄວາມປອດໄພໃນການອອກແຮງງານ-ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ໃຫ້ຮູ້ວ່າ :
“ ພ້ອມກັບພິທີປຸກລະດົມ, ແມ່ນບັນດາການເຄື່ອນໄຫວຕາມຫົວເລື່ອງ, ການສົນທະນາລະຫວ່າງບັນດາວິສາຫະກິດ, ເວທີປາໄສກ່ຽວກັບການຮັກສາຄວາມປອດໄພໃຫ້ແກ່ແຮງງານໜຸ່ມ. ພ້ອມກັນນັ້ນ, ບັນດາອົງການຄຸ້ມຄອງຈະເພີ່ມທະວີວຽກງານກວດກາກ່ຽວກັບຫຼັກອະນາໄມ, ຄວາມປອດໄພໃນການອອກແຮງງານເພື່ອສະກັດກັ້ນການເກີດ ອຸບັດຕິເຫດໃນການອອກແຮງງານ ”