ປັບປຸງ ແລະ ພັດທະນາການພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ຫວຽດນາມ - ລາວ

(VOVWORLD) - ການເສັງ “ຊອກຮູ້ປະຫວັດສາດການພົວພັນແບບພິເສດ ຫວຽດນາມ - ລາວ” ໄດ້ຮັບການຜັນຂະຫຍາຍຢ່າງເລິກເຊິ່ງກ້ວາງຂວາງໃນທົ່ວອົງຄະນະພັກ, ມີຄວາມໝາຍຮັດແໜ້ນນ້ຳໃຈສາມັກຄີ ແລະ ສາຍພົວພັນແບບພິເສດ ຫວຽດນາມ - ລາວ
ປັບປຸງ ແລະ ພັດທະນາການພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ຫວຽດນາມ - ລາວ - ảnh 1 ພິທີສະຫລຸບ ແລະ ມອມລາງວັນການເສັງ “ຊອກຮູ້ປະຫວັດສາດການພົວພັນແບບພິເສດ ຫວຽດນາມ - ລາວ”

ວັນທີ 22 ທັນວາ, ແຂວງ ເທື່ອທຽນ-ເຫ້ວ ຈັດຕັ້ງພິທີສະຫລຸບ ແລະ ມອມລາງວັນການເສັງ “ຊອກຮູ້ປະຫວັດສາດການພົວພັນແບບພິເສດ ຫວຽດນາມ - ລາວ”. ທີ່ແຂວງ ເທື່ອທຽນ-ເຫ້ວ ໄດ້ມີບົດເສັງ 30.000 ບົດຈາກພະນັກງານ, ສະມາຊິກພັກ ແລະ ປະຊາຊົນທຸກຊັ້ນວັນນະເປັນຈຳນວນຫລວງຫລາຍ. ຈາກນັ້ນ ບັນດາອົງຄະນະພັກໃນແຂວງ ໄດ້ເລືອກເຟັ້ນ 1.277 ບົດຂຽນທີ່ມີຄຸນນະພາບທັງດ້ານເນື້ອໃນ ແລະ ຮູບຮ່າງ ເພືຶ່ອເຂົ້າຮ່ວມການເສັງລະດັບແຂວງ.

        ການເສັງ “ຊອກຮູ້ປະຫວັດສາດການພົວພັນແບບພິເສດ ຫວຽດນາມ - ລາວ” ໄດ້ຮັບການຜັນຂະຫຍາຍຢ່າງເລິກເຊິ່ງກ້ວາງຂວາງໃນທົ່ວອົງຄະນະພັກ, ມີຄວາມໝາຍຮັດແໜ້ນນ້ຳໃຈສາມັກຄີ ແລະ ສາຍພົວພັນແບບພິເສດ ຫວຽດນາມ - ລາວ ກໍ່ຄືບັນດາຜົນງານ ຊຶ່ງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດບັນລຸໄດ້.

        ເນື່ອງໃນໂອກາດນີ້, ຄະນະຈັດຕັ້ງການເສັງ “ຊອກຮູ້ປະຫວັດສາດການພົວພັນແບບພິເສດ ຫວຽດນາມ - ລາວ” ແຂວງ ເທື່ອທຽນ-ເຫ້ວ ໄດ້ຍ້ອງຍໍ 5 ໝູ່ຄະນະ ແລະ 15 ບຸກຄົນ.


ຕອບກັບ

ຂ່າວ/ບົດ​ອື່ນ