(ກອງປະຊຸມສະໄໝສາມັນເທື່ອທີ 10
ສະພາແຫ່ງຊາດຫວຽດນາມຊຸດທີ 13)
(vovworld)- ວັນທີ 26/10, ໃນ ກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດຫວຽດນາມຊຸດທີ 13, ບັນດາສະມາຊິກສະພາແຫ່ງຊາດໄດ້ສະຫງວນເວລາໝົດມື້ເພື່ອປຶກສາຫາລືກ່ຽວກັບບາງເນື້ອໃນຍັງມີຄວາມເຫັນແຕກຕ່າງກັນຂອງຂອງຮ່າງປະມວນກົດໝາຍດຳເນີນຄະດີແພ່ງ(ສະບັບປັບປຸງ). ຄຳເຫັນຂອງສະມາຊິກສະພາແຫ່ງຊາດສ່ວນຫຼາຍແມ່ນເປັນເອກະພາບກັບທັດສະນະໃໝ່ທີ່ໄດ້ຍົກອອກໃນຮ່າງປະມວນກົດໝາຍດຳເນີນຄະດີແພ່ງ(ສະບັບປັບປຸງ)ຄັ້ງນີ້ແມ່ນ “ສານບໍ່ໄດ້ປະຕິເສດການສະເໜີແກ້ໄຂຄະດີແພ່ງ ຍ້ອນເຫດຜົນທີ່ວ່າ ຍັງບໍ່ທັນມີມາດຕາໃນກົດໝາຍເພື່ອໝູນໃຊ້” ແລະ ຖືວ່າ: ເລື່ອງເປີດກວ້າງສິດອຳນາດພິພາກສາຂອງສານປະຊາຊົນຄືແນວນັ້ນ ແມ່ນບາດກ້າວຫັນປ່ຽນສຳຄັນໃນການສ້າງລັດແຫ່ງອຳນາດນິຕິບັນຍັດ, ສອດຄ່ອງກັບຂໍ້ກຳນົດຂອງລັດຖະທຳມະນູນປີ 2013 ດ້ວຍພາລະບົດບາດ, ໜ້າທີ່ຂອງສານປະຊາຊົນແມ່ນ : “ອົງການພິພາກສາຂອງປະເທດສາທາລະນະລັດສັງຄົມນິຍົມຫວຽດນາມ, ປະຕິບັດສິດຍຸດຕິທຳ” ແລະ ບົດຮຽນຂອງຫຼາຍປະເທດໃນໂລກ. ຂໍ້ກຳນົດນີ້ແນໃສ່ແກ້ໄຂຂໍ້ຄົງຄ້າງໃນການຕັດສິນບັນດາຄະດີແພ່ງໃນປະຈຸບັນ, ສະແດງ ໃຫ້ເຫັນແຈ້ງທັດສະນະປ່ຽນໃໝ່ ແລະ ນ້ຳໃຈປະຕິຮູບດ້ານຕຸລາການ. ກ່ຽວກັບພາລະບົດບາດຂອງອົງການໄອຍະການໃນການດຳເນີນຄະດີແພ່ງ ຕາມສະມາຊິກສະພາແຫ່ງຊາດບາງທ່ານແລ້ວ : ລັດຖະທຳມະນູນ ແລະ ກົດໝາຍ ນັບແຕ່ກ່ອນມາຮອດປະຈຸບັນ ຍາມໃດກໍ່ກຳນົດອົງການໄອຍະການ ແມ່ນອົງການປະຕິບັດການດຳເນີນຄະດີ. ເປັນອັນວ່າ, ກົດໝາຍບໍ່ໄດ້ຈຳກັດຂອບເຂດການກວດກາ, ຂອບເຂດການກ່າວຄຳເຫັນກ່ຽວກັບທັດສະນະຂອງອົງການໄອຍະການກ່ຽວກັບເນື້ອໃນແກ້ໄຂຄະດີ ແລະ ການປະຕິບັດກົດໝາຍດຳເນີນຄະດີ. ປະກອບຄຳເຫັນໃສ່ບັນຫານີ້, ທ່ານ ເຈິ່ນຮົ່ງຮ່າ ສະມາຊິກສະພາແຫ່ງຊາດ ແຂວງວິ້ງຟຸກ ຖືວ່າ:
“ການກວດກາເລື່ອງແກ້ໄຂຄະດີບໍລິຫານ, ຄະດີແພ່ງ, ຄະດີກ່ຽວກັບບັນຫາສົມລົດ, ຄອບຄົວ, ການຄ້າ, ແຮງງານ ແລະ ບັນດາວຽກງານອື່ນໆຕາມຂໍ້ກຳນົດຂອງກົດໝາຍ ໄດ້ຍົກເລີກຂໍ້ກຳນົດອົງການໄອຍະການມີສິດເປີດການສືບສວນສອບສວນສຳລັບຄະດີແພ່ງ, ຄະດີບໍລິຫານ. ກົດໝາຍວ່າດ້ວຍ ອົງການໄອຍະການປະຊາຊົນໄດ້ກຳນົດພາລະບົດບາດໜ້າທີ່ຂອງອົງການໄອຍະການ ແມ່ນພຽງແຕ່ເວົ້າເຖິງໄລຍະແກ້ໄຂຄະດີອາຍາ, ສ່ວນສຳລັບຄະດີບໍລິຫານນັ້ນ ພາລະບົດບາດຂອງອົງການໄອຍະການແມ່ນພາລະບົດບາດກວດກາສະພາຍຸດຕິທຳ”