ປັບປຸງລະບອບເສດຖະກິດການຕະຫຼາດຕາມກຳນົດທິດສັງຄົມນິຍົມໃຫ້ສົມບູນແບບ

(VOVWORLD) - ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ ໄດ້ເຊັນປະກາດໃຊ້ມະຕິກອງປະຊຸມໃຫຍ່ຄັ້ງທີ 5 ຄະນະບໍລິຫານງານສູນກາງຊຸດທີ 12 ກ່ຽວກັບການປັບປຸງລະບອບເສດຖະກິດການຕະຫຼາດຕາມກຳນົດທິດສັງຄົມນິຍົມໃຫ້ສົມບູນແບບ.

ປັບປຸງລະບອບເສດຖະກິດການຕະຫຼາດຕາມກຳນົດທິດສັງຄົມນິຍົມໃຫ້ສົມບູນແບບ - ảnh 1 ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ

(ພາບປະກອບ)

ວັນທີ 3 ມິຖຸນາ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ ໄດ້ເຊັນປະກາດໃຊ້ມະຕິກອງປະຊຸມໃຫຍ່ຄັ້ງທີ 5 ຄະນະບໍລິຫານງານສູນກາງຊຸດທີ 12 ກ່ຽວກັບການປັບປຸງລະບອບເສດຖະກິດການຕະຫຼາດຕາມກຳນົດທິດສັງຄົມນິຍົມໃຫ້ສົມບູນແບບ. ມະຕິຢັ້ງຢືນວ່າ ການກໍ່ສ້າງ ແລະ ປັບປຸງລະບອບເສດຖະກິດການຕະຫຼາດຕາມກຳນົດທິດສັງຄົມນິຍົມໃຫ້ສົມບູນແບບແມ່ນໜ້າທີ່ຍຸດທະສາດ, ແມ່ນຂອດບຸກທະລຸສຳຄັນ, ສ້າງກຳລັງໜູນເພື່ອພັດທະນາໄວ ແລະ ຍືນຍົງຢູ່ ຫວຽດນາມ. ປັບປຸງລະບອບເສດຖະກິດການຕະຫຼາດຕາມກຳນົດທິດສັງຄົມນິຍົມໃຫ້ສົມບູນແບບລວມມີການປ່ຽນໃໝ່ຮູບແບບການເຕີບໂຕ, ສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່, ຍູ້ແຮງການຫັນເປັນອຸດສາຫະກຳ, ທັນສະໄໝ, ສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງ ແລະ ເຊື່ອມໂຍງເຂົ້າກັບສາກົນ, ປະຕິບັດຄວາມກ້າວໜ້າ ແລະ ຄວາມຍຸຕິທຳສັງຄົມ. ປັບປຸງລະບອບເສດຖະກິດການຕະຫຼາດຕາມກຳນົດທິດສັງຄົມນິຍົມໃຫ້ສົມບູນແບບແມ່ນວິວັດແຫ່ງການພັດທະນາຢ່າງຕໍ່ເນື່ອງ, ການສືບທອດມີການເລືອກເຟັ້ນບັນດາຜົນງານແຫ່ງການພັດທະນາເສດຖະກິດການຕະຫຼາດຂອງມະນຸດ ແລະ ບົດຮຽນທີ່ຖອດຖອນມາໄດ້ຈາກພຶດຕິກຳຕົວຈິງແຫ່ງການປ່ຽນໃໝ່ຢູ່ ຫວຽດນາມ. ຄາດໝາຍຂອງການປັບປຸງລະບອບເສດຖະກິດການຕະຫຼາດຕາມກຳນົດທິດສັງຄົມນິຍົມໃຫ້ສົມບູນແບບຈະສ້າງປະຖົມປັດໄຈຢ່າງໜັກແໜ້ນໃຫ້ແກ່ການກໍ່ສ້າງພື້ນຖານເສດຖະກິດການຕະຫຼາດກຳນົດທິດສັງຄົມນິຍົມສຳເລັດ, ເຄື່ອນໄຫວຄົບຊຸດ.

ຕອບກັບ

ຂ່າວ/ບົດ​ອື່ນ