ພິທີປະກາດໂຄງການຈຸດໝາຍແຫ່ງຊາດຫລຸດຜ່ອນຄວາມທຸກຍາກແບບຍືນຍົງ 2012-2015
ພາບ: cpv.org.vn
|
(vovworld) - ຕອນເຊົ້າວັນທີ 17/10 ຢູ່ ຮ່າໂນ້ຍ, ເນື່ອງໃນໂອກາດວັນຕ້ານຄວາມອຶດຫິວທຸກຍາກໂລກ ແລະ ວັນເພື່ອຜູ້ທຸກຍາກ ຫວຽດນາມ (17/10), ກະຊວງແຮງງານ ທະຫານເສຍອົງຄະ ແລະ ສັງຄົມ ໄດ້ສົມທົບກັບຄະນະກຳມະການຊົນເຜົ່າ, ອົງການພັດທະນາຂອງສະຫະປະຊາຊາດ (ສປຊ) ແລະ ສະຖານທູດ ໄອແລນ ປະຈຳຫວຽດນາມ ຈັດຕັ້ງກອງປະຊຸມປະກາດໂຄງການຈຸດໝາຍແຫ່ງຊາດຫລຸດຜ່ອນຄວາມທຸກຍາກແບບຍືນຍົງ ໄລຍະ 2012- 2015 ແລະ ເລີ່ມປະຕິບັດໂຄງການຫນູນຊ່ວຍຫລຸດຜ່ອນຄວາມທຸກຍາກ ໂດຍໂຄງການພັດທະນາ ສປຊ ແລະ ປະເທດໄອແລນ ອຸປະຖຳ. ຍອດລາຍຈ່າຍປະຕິບັດໂຄງການແມ່ນກວ່າ 27.500 ຕື້ດົ່ງ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ Nguyen Trong Dam ຮອງລັດຖະມົນຕີກະຊວງແຮງງານ ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ໃຫ້ຮູ້ວ່າ:
“ໂຄງການຈຸດໝາຍແຫ່ງຊາດຫລຸດຜ່ອນຄວາມທຸກຍາກແບບຍືນຍົງ 2012-2015 ແມ່ນຫນຶ່ງໃນບັນດາມາດຕະການເພື່ອປະຕິບັດມະຕິເລກທີ 80 ຂອງລັດຖະບານ ແລະ ແມ່ນໂຄງການຫລຸດຜ່ອນຄວາມທຸກຍາກຫນຶ່ງດຽວໃນໄລຍະ 2012- 2015, ແຫລ່ງກຳລັງລົງທຶນໃຫ້ແກ່ໂຄງການ ໂດຍແມ່ນສະພາແຫ່ງຊາດ, ລັດຖະບານກຳນົດ ແລະ ດຸນດຽງ, ໃນນັ້ນ ງົບປະມານສູນກາງ ທີ່ຈັດແບ່ງກວມອັດຕາສ່ວນ 74%, ສ່ວນຍັງເຫລືອແມ່ນຈາກງົບປະມານຂອງທ້ອງຖິ່ນ ແລະ ແຫລ່ງກຳລັງລະດົມອື່ນ.”