ປະຊາຄົມສາກົນເຫັນດີນຳໃຊ້ມາດຕະການຢ່າງແຮງເພື່ອບັງຄັບໃຫ້ສປປ.ເກົາຫຼີເຈລະຈາ

(VOVWORLD) -ວັນທີ 23 ຕຸລາ, ວົງການເຈົ້າໜ້າທີ່ການທູດສ.ເກົາຫຼີ ແລະ ຝລັ່ງ ເຫັນດີນຳກັນວ່າ ຄວນມີບັນດາມາດຕະການລົງໂທດຢ່າງແຂງແຮງ ບັງຄັບໃຫ້ສປປ.ເກົາຫຼີ ຕ້ອງເຂົ້າຮ່ວມການເຈລະຈາກ່ຽວກັບບັນຫາຫຼຸດຜ່ອນອາວຸດນິວເຄຼຍ.
ປະຊາຄົມສາກົນເຫັນດີນຳໃຊ້ມາດຕະການຢ່າງແຮງເພື່ອບັງຄັບໃຫ້ສປປ.ເກົາຫຼີເຈລະຈາ - ảnh 1(ພາບປະກອບ:  Reuters/TTXVN)

ໃນການພົບປະຢູ່ປາຣີ, ທ່ານລັດຖະມົນຕີການຕ່າງປະເທດຝລັ່ງ Jean Yves Le Drian ແລະ ຄູ່ຕຳແໜ່ງສ.ເກົາຫຼີ Kang Kyung wha ໄດ້ເປັນເອກະພາບນຳກັນໂດຍຖືວ່າ, ໂຄງການລູກສອນໄຟ ແລະ ນິວເຄຼຍຂອງສປປ.ເກົາຫຼີ ແມ່ນໜຶ່ງໃນບັນດາໄພນາບຂູ່ອັນຮ້າຍແຮງທີ່ສຸດສຳລັບປະຊາຄົມສາກົນ.

        ແລະກໍ່ໃນວັນດຽວກັນ, ລັດຖະມົນຕີກະຊວງປ້ອງກັນປະເທດດບັນດາປະເທດ ສ.ເກົາຫຼີ, ອາເມລິກາ ແລະ ຍີ່ປຸ່ນ ໄດ້ໃຫ້ຄຳໝັ້ນສັນຍາໜູນຊ່ວຍຄວາມມານະພະຍາຍາມສ້າງສປປ.ເກົາຫຼີ ປອດນິວເຄຼຍໂດຍອີງໃສ່ບັນດາມາດຕະການທາງການທູດ.

        ໃນຂະນະນັ້ນ, ລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ ໄດ້ສະແດງຄວາມເປັຍຫ່ວງໄຍກ່ຽວກັບບັນດາໂຄງການນິວເຄຼຍ ແລະ ລູກສອນໄຟຂອງສປປ.ເກົາຫຼີ, ພ້ອມທັງກະຕຸກຊຸກຍູ້ພຽງຢາງ ເຄົາລົບບັນດາພັນທະສາກົນ ແລະ ເຊື່ອມຕໍ່ການເຈລະຈາ.

ຕອບກັບ

ຂ່າວ/ບົດ​ອື່ນ