ປະຊາຄົມໂລກຊຸກຍູ້ຝ່າຍຄ້ານຊີຣີເຂົ້າຮ່ວມກອງປະຊຸມເຊີແນວ2
ກອງປະຊຸມ “ບັນດາເພື່ອນມິດຂອງ ຊີຣີ”
(ພາບ: AFP/TTXVN)
(vovworld) – ວັນທີ 12/1, ກອງປະຊຸມ “ບັນດາເພື່ອນມິດຂອງ ຊີຣີ” ໄດ້ເຕົ້າໂຮມ 11 ປະເທດ ຝ່າຍຕາເວັນຕົກ ແລະ ອາຣັບ ສະໜັບສະໜູນຝ່າຍຄ້ານ ໂດຍ ອາເມລິກາ ນຳໜ້າ, ໄດ້ໂຮມປະຊຸມຢູ່ນະຄອນຫຼວງ ປາຣີ ຂອງ ຝຣັ່ງ. ເມື່ອສິ້ນສຸດກອງປະຊຸມ, ບັນດາປະເທດເຂົ້າຮ່ວມໄດ້ອອກຖະແຫຼງການຮ່ວມ ຊຸກຍູ້ພັນທະມິດຊົນຊາດ ຊີຣີ (SNC) ເຂົ້າຮ່ວມວິວັດການເຈລະຈາກັບ ລັດຖະບານ ຊີຣີ, ກອ່ນອື່ນໝົດແມ່ນກອງປະຊຸມ ເຊີແນວ 2 ຢູ່ ສະວິດ ເຊິ່ງຄາດວ່າຈະຈັດຕັ້ງໃນວັນທີ 22/1 ຈະມາເຖິງ. ນີ້ໄດ້ຮັບຖືວ່າ ແມ່ນຄຳຕັກເຕືອນຢ່າງແຮງກັບຝ່າຍຄ້ານ ຊີຣີ, ໃນສະພາບທີ່ຝ່າຍນີ້ປະຕິເສດບໍ່ເຂົ້າຮ່ວມການເຈລະຈາທີ່ກອງປະຊຸມ ເຊີແນວ 2 ຖ້າຫາກບໍ່ມີບັນດາເງື່ອນໄຂຕັດສິນຊີ້ຂາດ. ລັດຖະມົນຕີການຕ່າງປະເທດ ປະເທດເຈົ້າພາບ, ທ່ານ Laurent Fabius ຮຽກຮ້ອງໃຫ້ຝ່າຍຄ້ານຢູ່ປະເທດ ຕາເວັນອອກກາງ ຄວນເຂົ້າຮ່ວມການເຈລະຈາ ເຊີແນວ ຄັ້ງທີ 2, ຍ້ອນມີພຽງມາດຕະການການເມືອງຈຶ່ງສາມາດແກ້ໄຂວິກິດການໃນປະຈຸບັນຢູ່ ຊີຣີ ໄດ້.