ປະ​ຊາ​ຊົນທ​ຸກ​ຄົນ​ຈົ່ງ​ຕັ້ງ​ໜ້າ ເປັນ​ເຈົ້າ​ການ​ໃນ​ການ​ສະ​ໜອງ​ຂໍ້​ມູນ​ຂ່າວ​ສາ​ນ​ກ່ຽວ​ກັບ​ໂລກ​ລະ​ບາດ​ໂຄວິດ - 19

(VOVWORLD) -ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ຮຽກຮ້ອງໃຫ້ປະຊາຊົນຢູ່ເຂດເກີດໂລກລະບາດຈົ່ງນຳໃຊ້ບັນດາສື່ສັງຄົມອອນລາຍຢ່າງສຸດຂີດເພື່ອສະໜອງຂໍ້ມູນ ໃຫ້ແກ່ກຸ່ມຂໍ້ມູນ, ກະຊວງສາທາລະນະສຸກ, ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນສະກັດກັ້ນໂລກລະບາດໂຄວິດ  - 19 ກ່ຽວກັບຜູ້ທີ່ສຳຜັດກັບຜູ້ຕິດເຊື້ອພະຍາດໂຄວິດ - 19 ທຸກຄົນ. 
ປະ​ຊາ​ຊົນທ​ຸກ​ຄົນ​ຈົ່ງ​ຕັ້ງ​ໜ້າ ເປັນ​ເຈົ້າ​ການ​ໃນ​ການ​ສະ​ໜອງ​ຂໍ້​ມູນ​ຂ່າວ​ສາ​ນ​ກ່ຽວ​ກັບ​ໂລກ​ລະ​ບາດ​ໂຄວິດ - 19 - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ແລກປ່ຽນກັບກຸ່ມຂໍ້ມູນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໂດຍໄວ (ພາບ: VGP)

ຕອນເຊົ້າວັນທີ 1 ກຸມພາ, ຢູ່ຮ່າໂນ້ຍ, ທ່ານ ຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ຮັບຟັງ ໜ່ວຍງານຖະແຫຼງຂ່າວຕອບສະໜອງໄວ ການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ລາຍງານກ່ຽວກັບວຽກງານຊອກຫາເຊື້ອພະຍາດໂຄວິດ - 19 ໃນໄລຍະທີ່ຜ່ານມາ.

ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ຮຽກຮ້ອງໃຫ້ປະຊາຊົນຢູ່ເຂດເກີດໂລກລະບາດຈົ່ງນຳໃຊ້ບັນດາສື່ສັງຄົມອອນລາຍຢ່າງສຸດຂີດເພື່ອສະໜອງຂໍ້ມູນໃຫ້ແກ່ໜ່ວຍງານດັ່ງກ່າວ, ກະຊວງສາທາລະນະສຸກ, ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນສະກັດກັ້ນໂລກລະບາດໂຄວິດ  - 19 ກ່ຽວກັບຜູ້ທີ່ສຳຜັດກັບຜູ້ຕິດເຊື້ອພະຍາດໂຄວິດ - 19 ທຸກຄົນ. ສິ່ງດັ່ງກ່າວ, ບໍ່ພຽງແຕ່ຈະປ້ອງກັນຕົນເອງເທົ່ານັ້ນ ຫາກຍັງໄດ້ຮັບປະກັນຄວາມປອດໄພໃຫ້ທົ່ວຊຸມຊົນອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ