ປະຊາຊົນລັດເຊຍ ເດີນຂະບວນແຫ່ສະໜັບສະໜູນທ່ານ Putin

ປະຊາຊົນລັດເຊຍ  ເດີນຂະບວນແຫ່ສະໜັບສະໜູນທ່ານ Putin - ảnh 1

ນາຍົກລັດຖະມົນຕີລັດ​ເຊຍ V.Putin

(ພາບ:baotintuc.vn)

 ( vovworld ) –ວັນ​ທີ 18/2, ປະຊາຊົນ​ລັດ​ເຊຍ ກ່ວາ 100.000 ຄົນ​ໄດ້​ລົງ​ຖະໜົນ​ເດີນ​ຂະ​ບວນ​ແຫ່ ​ແລະ ​ຈັດ​ງານ​ຊຸມນຸມ​ມິດ​ຕິງ​ສະໜັບສະໜູນ​ອຳນາດ​ການ​ປົກຄອງ, ສະໜັບສະໜູນ​ປະ​ເທດ​ລັດ​ເຊຍ “ສະຖຽນ​ລະ​ພາບ, ​ເຂັ້ມ​ແຂງ ​ແລະ​ພັດທະນາ“, ສະໜັບສະໜູນ​ຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງປະທານາທິບໍດີ V.Putin, ຄັດຄ້ານ​ທຸກ​ກົນອຸບາຍ​ກໍ່ “ການ​ປະຕິວັດ​ສີສັນ“ ​ໃນ​ເຂດ​ດິນ​ແດນ​ປະ​ເທດ​ລັດ​ເຊຍ. ບັນດາ​ຜູ້​ເຂົ້າຮ່ວມ​ງານ​ຊຸມນຸມ​ມິ​ດຕິງ​ໄດ້​ຮັບຮອງ​ມະຕິ​ສະບັບ 1 ​ໃນ​ນັ້ນ​ໄດ້​ເນັ້ນໜັກ​ເຖິງ​ເລື່ອງ​ປະ​ເທດ​ລັດ​ເຊຍ​ ທັນ​ສະ​ໄໝ ຕ້ອງ​ມີ​ຄວາມ​ເຂັ້ມ​ແຂງ ​ແລະ ​ບໍ່​ຕ້ອງການ​ບັນດາ​ການ​ຜັນ​ແປ່​ທາງ​ສັງຄົມ. ປະຊາຊົນ​ລັດ​ເຊຍ ​ໝົດ​ທຸກ​ຄົນ​ລ້ວນ​ແຕ່​ຕ້ອງການ​ປະ​ເທດ​ລັດ​ເຊຍ ​ເອກະ​ພາບ ​ແລະ ​ຮັບປະກັນ​ອະນາຄົດ. ມະຕິ​ຍັງ​ຮຽກຮ້ອງ​ຜູ້​ມີ​ສິດ​ເລືອກ​ຕັ້ງໝົດ​ທຸກ​ຄົນ ຈົ່ງ​ໄປ​ປ່ອນ​ບັດ​ໃນ​ວັນ​ທີ 4/3 ທີ່​ຈະ​ມາ​ເຖິງ ​ເພື່ອ​ອະນາຄົດ​ຂອງ​ປະ​ເທດ​ລັດ​ເຊຍ.

ຂ່າວ/ບົດ​ອື່ນ