ປະຊາຊົນອີຕາລີ ລົງຖະໜົນຢູ່ນະຄອນຫຼວງ Rome
ເພື່ອແຫ່ຂະບວນຄັດຄ້ານນະໂຍບາຍ ”ຮັດເຂັ້ມຄັດ”
(ພາບ: vietnamplus.vn)
(vovworld) – ວັນທີ 18/5, ປະຊາຊົນອີຕາລີ ນັບພັນຄົນ ໄດ້ລົງຖະໜົນຢູ່ນະຄອນຫຼວງ Rome ເພື່ອແຫ່ຂະບວນຄັດຄ້ານນະໂຍບາຍ ”ຮັດເຂັ້ມຄັດ” ແລະ ອັດຕາຜູ້ຫວ່າງງານສູງ, ພ້ອມທັງຮຽກຮ້ອງນາຍົກລັດຖະມົນຕີຄົນໃໝ່ Enrico Letta ເອົາໃຈໃສ່ເຖິງການສ້າງວຽກເຮັດງານທຳ ເພື່ອແນໃສ່ນຳປະເທດຫຼຸດພົ້ນອອກຈາກສະພາບຊຸດໂຊມທາງດ້ານເສດຖະກິດ. ຜູ້ແຫ່ຂະບວນປະທ້ວງມີປະມານ 100.000 ຄົນ ເຊິ່ງລວມມີບັນດາສະມາຊິກທີ່ຂຶ້ນກັບອົງການກຳມະບານ FIOM ຝ່າຍຊ້າຍ. ນີ້ແມ່ນການແຫ່ຂະບວນຂະໜາດໃຫຍ່ທຳອິດເພື່ອຄັດຄ້ານລັດຖະບານພັນທະມິດຂວາ - ຊ້າຍ ຖືກຈັດຂຶ້ນຢູ່ Rome ນັບແຕ່ລັດຖະບານນີ້ຮັບດຳລົງຕຳແໜ່ງເມື່ອວັນທີ 28/4 ຜ່ານມາ.