ປະຕິກິລິຍາຂອງຈີນຕໍ່ຫນ້າຄຳຖະແຫລງຂອງກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ
ພາບປະກອບ:internet
|
(vovworld)- ກະຊວງການຕ່າງປະເທດ ຈີນ ໄດ້ອອກຄຳປະກາດໂດຍສະແດງຄວາມວິຕົກກັງວົນກ່ຽວກັບເລື່ອງກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ (AMM) ໄດ້ອອກຖະແຫລງການກ່ຽວກັບສະພາບການຢູ່ທະເລຕາເວັນອອກ. ນັກຂ່າວວິທະຍຸກະຈາຍສຽງຫວຽດນາມ ປະຈຳປັກກີ່ງ ໄດ້ຄັດສະເຫນີຄຳປະກາດທີ່ລົງພິມໃນຫນ້າເວັບຂອງກະຊວງການຕ່າງປະເທດຈີນ ພາຍຫລັງສອງສາມຊົ່ວໂມງທີ່ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຮັບຮອງເອົາຖະແຫລງການກ່ຽວກັບທະເລຕາເວັນອອກ. ໂຄສົກກະຊວງການຕ່າງປະເທດຈີນ ມີບົດກ່າວປາໄສສະແດງຄວາມວິຕົກກັງວົນໂດຍຖືວ່າ: ທະເລຕາເວັນອອກບໍ່ແມ່ນບັນຫາລະຫວ່າງ ຈີນ ແລະ ອາຊຽນ ພ້ອມທັງຖືວ່າ: ປະເທດຈຳນວນຫນຶ່ງໄດ້ສວຍໃຊ້ບັນຫາທະເລຕາເວັນອອກເພື່ອແບ່ງແຍກການຮ່ວມມືມິດຕະພາບລະຫວ່າງ ຈີນ ກັບ ອາຊຽນ ແລະ ຈີນ ຢາກຮ່ວມມືກັບບັນດາປະເທດອາຊຽນປະຕິບັດຖະແຫລງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຮອບດ້ານ ແລະ ມີປະສິດທິຜົນ.