ປະຕິກິລິຍາຂອງຫວຽດນາມຕໍ່ບັນດາການຜັນແປຫຼ້າສຸດໃນປະຈຸບັນຢູ່ຊີຣີ

(VOVWORLD) -ກ່ຽວກັບປະຕິກິລິຍາຂອງຫວຽດນາມ ຕໍ່ໜ້າບັນດາການຜັນແປຫຼ້າສຸດໃນປະຈຸບັນຢູ່ຊີຣີ, ວັນທີ 15 ເມສາ, ໂຄສົກກະຊວງການຕ່າງປະເທດຫວຽດນາມ ທ່ານນາງ ເລທິທູຮັ່ງ ໃຫ້ຮູ້ວ່າ
ປະຕິກິລິຍາຂອງຫວຽດນາມຕໍ່ບັນດາການຜັນແປຫຼ້າສຸດໃນປະຈຸບັນຢູ່ຊີຣີ - ảnh 1 (ໂຄສົກກະຊວງການຕ່າງປະເທດຫວຽດນາມ ທ່ານນາງ ເລທິທູຮັ່ງ)

“ຫວຽດນາມ ມີຄວາມວິຕົກກັງວົນຕໍ່ໜ້າສະພາບການຄືໃນປະຈຸບັນຢູ່ຊີຣີ ແລະ ຄັດຄ້ານການນຳໃຊ້ອາວຸດນາບຂູ່ເຖິງຊີວິດອີນຊີຂອງສາມັນຊົນ ກໍຄືສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ. ພວກຂ້າພະເຈົ້າຖືວ່າ, ທຸກການປະທະກັນ ແລະ ຄວາມບໍ່ລົງລອຍກັນຄວນໄດ້ຮັບການແກ້ໄຂໂດຍສັນຕິວິທີ ບົນພື້ນຖານກົດໝາຍສາກົນ, ພິເສດແມ່ນກົດບັດຂອງສະຫະປະຊາຊາດ, ບົນຫຼັກການເຄົາລົບເອກະລາດ, ອະທິປະໄຕຂອງບັນດາປະເທດ. ສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບການເກືອດຫ້າມອາວຸດເຄມີຕ້ອງໄດ້ຮັບການປະຕິບັດຢ່າງເຂັ້ມງວດ”.

ຕອບກັບ

ຂ່າວ/ບົດ​ອື່ນ