ປະຖົມປັດໄຈສຳຄັນໃຫ້ແກ່ການພົວພັນລະຫວ່າງ ຫວຽດນາມ - ຈີນ ພັດທະນາຢ່າງປອດໄສ, ໝັ້ນຄົງ
ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງ
ຢ້ຽມຢາມສປ.ຈີນ ຢ່າງເປັນທາງການ
(ພາບປະກອບ: TTXVN)
(vovworld) – ໂດຍໄດ້ຮັບຄຳເຊີນຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຈີນ, ທ່ານປະທານປະເທດສປ.ຈີນ ສີຈິ້ນຜິງ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ ໄດ້ໄປຢ້ຽມຢາມສປ.ຈີນ ຢ່າງເປັນທາງການ ໃນລະຫວ່າງວັນທີ 07 – 10/04. ຜ່ານການຢ້ຽມຢາມ, 2 ຝ່າຍບັນລຸໄດ້ບັນດາຄວາມຮັບຮູ້ລວມທີ່ສຳຄັນ, ວາງອອກທິດທາງ ແລະ ມາດຕະການຢ່າງແທດຈິງ, ລະອຽດ ເພື່ອແນໃສ່ປັບປຸງ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ, ເພີ່ມທະວີຄວາມສາມັກຄີ, ຟື້ນຟູ ແລະ ຍູ້ແຮງບັນດາຂົງເຂດຮ່ວມມືລະຫວ່າງ 2 ຝ່າຍຢ່າງຄົບຖ້ວນ. ໝາກຜົນຂອງການຢ້ຽມຢາມແມ່ນປະຖົມປັດໄຈ, ແມ່ນພື້ນຖານສຳຄັນແກ່ການພົວພັນຫວຽດນາມ - ຈີນ ໃຫ້ສືບຕໍ່ພັດທະນາຢ່າງປອດໄສ, ໝັ້ນຄົງ ແລະ ການພັດທະນາຂອງແຕ່ລະປະເທດ, ພ້ອມທັງປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມື, ພັດທະນາລວມຂອງພາກພື້ນ ແລະ ຢູ່ໃນໂລກ. ນັ້ນແມ່ນຂໍ້ສັງເກດລວມຂອງບັນດາສະມາຊິກໃນຄະນະຜູ້ແທນຂັ້ນສູງຫວຽດນາມ ໄປຢ້ຽມຢາມຈີນ ໃນຄັ້ງນີ້.