ປະທານກຸ່ມສະມາຊິກລັດຖະສະພາມິດຕະພາບຫວຽດນາມ-ຍີ່ປຸ່ນ ຕ້ອນຮັບຮອງປະທານສຳພັນທະມິດສະມາຊິກລັດຖະສະພາຍີ່ປຸ່ນ-ຫວຽດນາມ

(VOVWORLD) -ຕອນບ່າຍວັນທີ 21 ສິງຫາ, ຢູ່ຫໍສະພາແຫ່ງຊາດ, ທ່ານຫົວໜ້າຄະນະຈັດຕັ້ງສູນກາງ, ປະທານກຸ່ມສະມາຊິກລັດຖະສະພາມິດຕະພາບຫວຽດນາມ-ຍີ່ປຸ່ນ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນສະມາຊິກສະພາຕ່ຳຍີ່ປຸ່ນ

ປະທານກຸ່ມສະມາຊິກລັດຖະສະພາມິດຕະພາບຫວຽດນາມ-ຍີ່ປຸ່ນ ຕ້ອນຮັບຮອງປະທານສຳພັນທະມິດສະມາຊິກລັດຖະສະພາຍີ່ປຸ່ນ-ຫວຽດນາມ - ảnh 1ທ່ານຟ້າມມິງຈິງ, ປະທານກຸ່ມສະມາຊິກລັດຖະສະພາມິດຕະພາບຫວຽດນາມ-ຍີ່ປຸ່ນ ຕ້ອນຮັບຮອງປະທານສຳພັນທະມິດສະມາຊິກລັດຖະສະພາຍີ່ປຸ່ນ-ຫວຽດນາມ

(ພາບ: TTXVN)

ໂດຍທ່ານສະມາຊິກສະພາຕ່ຳ Kawamura Takeo, ປະທານຄະນະກຳມະການງົບປະມານ, ຮອງປະທານສຳພັນທະມິດສະມາຊິກລັດຖະສະພາຍີ່ປຸ່ນ-ຫວຽດນາມ ເປັນຫົວໜ້າຄະນະ ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ທ່ານປະທານກຸ່ມສະມາຊິກລັດຖະສະພາມິດຕະພາບຫວຽດນາມ-ຍີ່ປຸ່ນ ຟ້າມມິງຈິງ ໄດ້ຕີລາຄາສູງການພົວພັນຮ່ວມມືລະຫວ່າງ 2 ອົງການສ້າງກົດໝາຍໃນໄລຍະຜ່ານມາ, ໃນນັ້ນມີການຮ່ວມມືລະຫວ່າງກຸ່ມສະມາຊິກລັດຖະສະພາມິດຕະພາບຫວຽດນາມ-ຍີ່ປຸ່ນ ກັບສຳພັນທະມິດສະມາຊິກລັດຖະສະພາຍີ່ປຸ່ນ-ຫວຽດນາມ ສືບຕໍ່ໄດ້ຮັບການພັດທະນາຢ່າງດີງາມ ແລະ ປາດຖະໜາວ່າ, ຈະໄດ້ຮັບການສະໜັບສະໜູນຈາກບັນດາສະມາຊິກລັດຖະສະພາຍີ່ປຸ່ນ ໃນໂຄງການສຶກສາ, ບຳລຸງສ້າງພະນັກງານຊີ້ນຳການຄຸ້ມຄອງທຸກຂັ້ນ, ໂດຍສະເພາະແມ່ນຂັ້ນຍຸດທະສາດ; ປັບປຸງລະບຽບການບໍລິຫານ ແລະ ເຮັດການຈັດຕັ້ງກົງຈັກໃຫ້ກະທັດລັດ ເພື່ອເຄື່ອນໄຫວຮັບປະກັນບັນລຸປະສິດທິພາບ, ປະສິດທິຜົນ…

        ສ່ວນທ່ານຮອງປະທານສຳພັນທະມິດສະມາຊິກລັດຖະສະພາຍີ່ປຸ່ນ-ຫວຽດນາມ Kawamura Takeo ປາດຖະໜາວ່າ, ບັນດາອົງການທີ່ມີໜ້າທີ່ຂອງຫວຽດນາມ ສືບຕໍ່ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາວິສາຫະກິດຍີ່ປຸ່ນ ລົງທຶນຢູ່ຫວຽດນາມ…

ຕອບກັບ

ຂ່າວ/ບົດ​ອື່ນ