ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມພົບປະກັບຊາວຫວຽດນາມອາໄສຢູ່ຕ່າງປະເທດ

ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມພົບປະກັບຊາວຫວຽດນາມອາໄສຢູ່ຕ່າງປະເທດ - ảnh 1
ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມພົບປະກັບ
ຊາວຫວຽດນາມອາໄສຢູ່ຕ່າງປະເທດ
(ພາບ: baomoi.com)

(vovworld) - ຕອນ​ບ່າຍ​ວັນ​ທີ 25/1, ຢູ່​ນະ​ຄອນ ໂຮ່​ຈີ​ມິນ, ທ່ານ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ຫງວຽນ​ທ້ຽນ​ເຍີນ ໄດ້​ພົບ​ປະ, ແລກ​ປ່ຽນ​ກັບ​ພໍ່​ແມ່​ປະ​ຊາ​ຊົນຊາວ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ​​ຜູ້ທີ່​ດີ​ເດັ່ນ, ເຊິ່ງ​ແມ່ນ​ກຳ​ມະ​ການ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ຊຸດ​ທີ 8. ທີ່​ກາ​ນ​ພົບ​ປະ, ຜູ້​ຕາງ​ໜ້າ​ພໍ່​ແມ່​ປະ​ຊາ​ຊົນ​ຊາວ ຫວຽດ​ນາມ ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ຜູ້​ດີ​ເດັ່ນ​ຢູ່​ປະ​ເທດ​ຕ່າງໆ​ຄື: ຍີ່​ປຸ່ນ, ເຢຍ​ລະ​ມັນ, ອາ​ເມ​ລິ​ກາ, ອັງ​ກິດ, ໂປ​ໂລຍ, ແດນ​ມາກ, ສ. ເກົາຫຼີ, ລາວ, ກຳ​ປູ​ເຈຍ… ໄດ້​ແຈ້ງ​ໃຫ້​ຊາບ​ບາງ​ເນື້ອ​ໃນ​ພື້ນ​ຖານ​ກ່ຽວ​ຂ້ອງ​ເຖິງ​ຊີ​ວິດ​ດ້າ​ນ​ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ, ການ​ສຶກ​ສາ​​ຢູ່​ປະ​ເທດ​ປະ​ຈຳ​ຖິ່ນ, ພ້ອມ​ທັງ​ແບ່ງ​ປັນ​ບັນ​ດາ​ຄວາມ​ຫຍຸ້ງ​ຍາກ, ສິ່ງ​ສະ​ດວ​ກ​ໃນ​ວຽກ​ງານ​ເຕົ້າ​ໂຮມ, ຂົນ​ຂວາຍ​ພໍ່​ແມ່​ປະ​ຊາ​ຊົນ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ວົງ​ຄະ​ນະ​ຍາດ, ມຸ່ງ​ໄປ​ສູ່​ບ້ານ​ເກີດ​ເມືອງນອນ, ປະ​ເທດ​ຊາດ.

        ທ່ານ ຫງວຽນ​ທ້ຽນ​ເຍີນ ເນັ້ນ​ໜັກ​ວ່າ: ພັກ ແລະ ລັດ ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່ ແລະ ຕີ​ລາ​ຄາ​ສູງ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ພໍ່​ແມ່​ປະ​ຊາ​ຊົນ​ຊາວ ຫວຽດ​ນາມ ອ​າ​ໄສ​ຢູ່​ຕ່າງ​ປະ​ເທດ ແລະ ຢືນ​ຢັນ​ປະ​ຊາ​ຄົມຊາວ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ແມ່ນ​ພາກ​ສ່ວນ​ໜຶ່ງບໍ່​ອາດຕັດ​ແຍກ​ອອກ​ຈາກ​ຊາດ ຫວຽດ​ນາມ ໄດ້. ຮັບ​ຮູ້​ບັນ​ດາ​ຄຳ​ເຫັນ​ປະ​ກອບ ແລະ ແບ່ງ​ປັນ​ຂໍ້​ມູນ​ຂ່າວ​ກ່ຽວ​ກັບ​ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ຢູ່​ປະ​ເທດ​ຕ່າງໆ, ທ່ານ ຫງວຽນ​ທ້ຽນ​ເຍີນ ຖື​ວ່າ: ເລື່ອງ​ສະ​ໜອງ​ຂໍ້​ມ​ູນ​ຂ່າວ​ສານ​ກ່ຽວ​ກັບ​ປະ​ເທດ​ຊາດ​ແມ່ນ​ສ​ຳ​ຄັນ​ທີ​່​ສຸດ ແລະ ບໍ່​​ອາດປະ​ປ່ອຍ​ໃຫ້​​ພໍ່​ແມ່​ປະ​ຊາ​ຊົນ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ຂາດ​ແຄນ​ຂໍ້​ມູນ​ຂ່າວ​ສານກ່ຽວ​ກັບ​ປະ​ເທດ​ຊາດ​ໄດ້.

        ແລະ​ກໍ່​ໃນ​ຕອ​ນ​ບ່າຍ​ວັນ​ທີ 25/1, ທ່ານ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ຫງວຽນ​ທ້ຽນ​ເຍີນ ໄດ້​ລົງ​ຢ້ຽ​ມ​ຢາມ​ຄຸນ​ພໍ່ ຫງວຽນ​ກົງ​ແຢງ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ສາ​ມັກ​ຄີ​ສາ​ສະ​ໜາ​ຄຼິດ ຫວຽດ​ນາມ ຊຶ່ງພວມ​ປິ່ນ​ປົວ​ຢູ່​ໂຮງ​ໝ​ໍ ທົ໋ງ​ເຍີດ, ນະ​ຄອນ​ໂຮ່​ຈີ​ມິນ.


ຂ່າວ/ບົດ​ອື່ນ