ປະທານນາທິບໍດີຊີຣີ ຕັດສິນໃຈດັບສູນ ພວກກໍການຮ້າຍ

ປະທານນາທິບໍດີຊີຣີ ຕັດສິນໃຈດັບສູນ ພວກກໍການຮ້າຍ - ảnh 1
ທ່ານ​ປະທານາທິບໍດີ​ຊີຣີ Bashar al Assad
(ພາບ: telegraph.co.uk)


(vovworld) - ​ເພື່ອ​ຢຸດຕິ​ວິ​ກິດ​ການ​ການ​ເມືອງ​ຢູ່​ຊີຣີ ສິ່ງ​ທຳ​ອິດ​ຕ້ອງ​ເຮັດ​ນັ້ນແມ່ນ​ດັບ​ສູນ​ພວກກໍ​ການ​ຮ້າຍ ​ແລະ ນີ້​ແມ່ນ​ມາດ​ຕະການ​ທຳ​ອິດ​ທີ່​ຕ້ອງ​ໄດ້​ຮັບ​ການ​ປະຕິບັດ​​. ນີ້​ແມ່ນ​ຄຳ​ຢືນຢັນ​ຂອງ​ທ່ານ​ປະທານາທິບໍດີ​ຊີຣີ Bashar al Assad ​​ທີ່​ເລັ່ງ​ໃສ່​ຝ່າຍ​ຄ້ານ, ​ເຊິ່ງ​ແມ່ນບັນດາ​ເປົ້າ​ໝາຍທີ່ທ່ານ​ເອີ້ນ​ວ່າ ພວກກໍ​ການ​ຮ້າຍ, ທີ່​ພິທີ​ຕອບ​ບຸນ​ແທນ​ຄຸນ​ຂອງ​ຊາວ​ອິດສະ​ລາມ ຢູ່​ນະ​ຄອງ​ຫຼວງ Damascus ​​ໃນ​ວັນ​ທີ 05 ສິງຫາ. ທ່ານ Bashar al Assad ​ໄດ້ຍ້ອງຍໍ​ບັນດາວິລະ​ກຳ​ຂອງ​ກອງທັບ​ຊີຣີ ຕໍ່ໜ້​າຝ່າຍ​ຄ້ານ​ຢູ່​ປະ​ເທດ​ ​ແລະ ຖື​ວ່າ ກອງທັບຊີຣີ ສາມາດ​ດັບ​ສູນພວກ​ກໍ​ການ​ຮ້າຍ​ໃນ​ຊຸມ​ເດືອນ​ຈະ​ມາ​ເຖິງ, ຖ້າ​ຫາກ​ມີ​ການ​ຮ່ວມ​​ແຮງ​ຮ່ວມ​ໃຈ​ຂອງ​ປະຊາຊົນ​ປະ​ເທດ​ນີ້.
ຂ່າວ/ບົດ​ອື່ນ