(vovworld) – ຕອນບ່າຍວັນທີ 24/4, ຢູ່ສຳນັກງານປະທານປະເທດ, ທ່ານປະທານປະເທດຫວຽດນາມ Truong Tan Sang ໄດ້ໃຫ້ການຕ້ອນຮັບເອກອັກຄະລັດຖະທູດກົງໂກນ Palam Sundev ເຂົ້າຢ້ຽມອຳລາ ເນື່ອງໃນໂອກາດສິ້ນສຸດໜ້າທີ່ການທູດຢູ່ຫວຽດນາມ. ທີ່ການຕ້ອນຮັບ, ທ່ານປະທານປະເທດ Truong Tan Sang ຢືນຢັນວ່າ: ຍາມໃດຫວຽດນາມ ກໍຖືການພົວພັນກັບມົງໂກນ ເປັນສຳຄັນ, ຍາມໃດກໍແມ່ນເພື່ອນມິດ, ແມ່ນຄູ່ຮ່ວມມືທີ່ຈິງໃຈຂອງມົງໂກນ. ທ່ານປະທານປະເທດສະແດງຄວາມພາກພູມໃຈຕໍ່ການຮ່ວມມືອັນດີງາມລະຫວ່າງ 2 ປະເທດໃນທຸກໆຂົງເຂດ, ການຄ້າ, ການສຶກສາບຳລຸງສ້າງ ແລະ ໃນບັນດາເວທີປາໄສພາກພື້ນ ແລະ ສາກົນ. ທ່ານປະທານປະເທດເນັ້ນໜັກວ່າ: ຫວຽດນາມ ພ້ອມແລ້ວທີ່ຈະແບ່ງປັນບົດຮຽນໃນການພັດທະນາ ແລະ ສະເໜີໃຫ້ 2 ຝ່າຍພ້ອມກັນກວດກາວິວັດການຮ່ວມມືໃນໄລຍະຜ່ານມາ ເພື່ອຊອກຫາບັນດາຂົງເຂດໃຫ້ບຸລິມະສິດ, ພິເສດແມ່ນເສດຖະກິດການຄ້າ ແລະ ການລົງທຶນເພື່ອແນໃສ່ກະກຽມໃຫ້ແກ່ການຢ້ຽມຢາມຫວຽດນາມຂອງທ່ານປະທານາທິບໍດີ ມົງໂກນເປັນຢ່າງດີ. ທ່ານປະທານປະເທດ ເຊື່ອໝັ້ນວ່າ: ການຢ້ຽມຢາມຂອງທ່ານປະທານາທິບໍດີ ມົງໂກນ ຈະຊຸກຍູ້ສາຍພົວພັນມິດຕະພາບອັນດີງາມລະຫວ່າງ 2 ປະເທດຢ່າງແຂງແຮງກ່ວາອີກ.