ປະທານປະເທດ ມອບຂໍ້ຕົກລົງແຕ່ງຕັ້ງຜູ້ພິພາກສາຂອງສານປະຊາຊົນສູງສຸດ

ປະທານປະເທດ ມອບຂໍ້ຕົກລົງແຕ່ງຕັ້ງຜູ້ພິພາກສາຂອງສານປະຊາຊົນສູງສຸດ - ảnh 1
( ພາບ : http://www.vietnamplus.vn/ )
ຕອນ​ເຊົ້າ​ວັນ​ທີ 14 ມັງກອນ, ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີນ​ຊາງ ​ໄດ້​ມອບ​ຂໍ້​ຕົກລົງ​ແຕ່ງ​ຕັ້ງຜູ້​ພິພາກສາ​ສານຂອງ​ປະຊາຊົນ​ສູງ​ສຸດ​ລວມ 17 ທ່ານ. ນີ້​ເປັນ​ຄັ້ງ​ທຳ​ອິດທີ່​ພິທີມອບ​ຂໍ້​ຕົກລົງ​ແຕ່ງ​ຕັ້ງ​ຜູ້​ພິພາກສາ​ໄດ້ຣັບການ​ປະຕິບັດ​ຢູ່​ສຳນັກງານ​ປະທານ​ປະ​ເທດ. ກ່າວ​ຄຳ​ເຫັນຢູ່​ທີ່​ພິທີ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້​ເນັ້ນ​ໜັກ​ວ່າ ​ໃນ​ກົງ​ຈັກ​ແຫ່ງ​ລັດ, ລະບົບ​ສານ​ປະຊາຊົນ​ມີ​ທີ່​ຕັ້ງບົດບາດ​ສຳຄັນ​ເປັນ​ພິ​ເສດ, ​ແມ່ນ​ອົງການ​ພິພາກສາ​ຂອງ​ປະ​ເທ​ດ ສາທາລະນະ​ລັດ​​ສັງຄົມ​ນິຍົມ ຫວຽດນາມ . ທ່ານ​ປະທານ​ປະ​ເທດສະ​ເໜີ​​ໃຫ້​ບັນດາ​ຜູ້​ພິພາກ​ສາ​ທີ່​ຫາ​ກໍ່​ໄດ້ຣັບການ​ແຕ່ງ​ຕັ້ງ​ຈົ່ງສືບ​ຕໍ່​ຝຶກ​ຝົນ​ຫຼໍ່​ຫຼອມ​ເພື່ອ​ຍົກສູງ​ວິຊາສະ​ເພາະ​, ຝຶກ​ຝົນ​ຫຼໍ່​ຫຼອມ​ດ້ານ​ຈັນ​ຍາ​ບັນ, ຕໍ່ສູ້​ເພື່ອ​ຄວາມ​ຍຸດຕິ​ທຳ​, ປະຕິບັດ​ຕາມ​ຄຳ​ສັງ​ສອນ​ຂອງ​ລຸງ​ໂຮ່​, ທີ່​ວ່າ; ຮັບ​ໃຊ້​ລັດ, ປະຕິບັດ​ຕາມ​ກົດໝາຍ, ມີ​ຈິດ​ໃຈ​ທຽງທຳ​ສົມ​ກັບ​ຄວາມ​​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ພັກ, ລັດ ​ແລະ ປະຊາຊົນ .
ຂ່າວ/ບົດ​ອື່ນ