ປະທານປະເທດ ຫວຽດນາມ ເຮັດວຽກກັບການນຳຫຼັກແຫຼ່ງແຂວງ ດັກລັກ
ປະທານປະເທດ ຫວຽດນາມ ເຮັດວຽກກັບການນຳຫຼັກແຫຼ່ງແຂວງ ດັກລັກ
(ພາບ:truongtansang.net)
|
( vovworld ) – ຕອນບ່າຍວັນທີ 18/3, ປະທານປະເທດ ຫວຽດນາມ ເຈືອງເຕີນຊາງ ໄດ້ລົງເຮັດວຽກກັບການນຳຫຼັກແຫຼ່ງແຂວງ ດັກລັກກ່ຽວກັບສະພາບການປະຕິບັດໜ້າທີ່ເສດຖະກິດສັງຄົມປີ 2011 ແລະ ຮັບປະກັນຄວາມສະຫງົບປອດໄພ ແລະ ປ້ອງກັນຊາດໃນບໍລິເວນແຂວງ. ກ່າວຄຳເຫັນທີ່ການເຮັດວຽກ, ປະທານປະເທດ ຫວຽດນາມ ເນັ້ນໜັກວ່າ ພ້ອມກັບການພັດທະນາເສດຖະກິດ, ດັກລັກ ຕ້ອງເອົາໃຈໃສ່ເປັນພິເສດເຖິງນະໂຍບາຍທີ່ດິນໃຫ້ແກ່ປະຊາຊົນຊົນເຜົ່າສ່ວນໜ້ອຍ, ພ້ອມທັງຕ້ອງປະຕິບັດວຽກງານຮັກສາ ແລະ ຂະຫຍາຍປ່າໃຫ້ເປັນຢ່າງດີ ເພື່ອປົກປັກຮັກສາສິ່ງແວດລ້ອມ. ປະທານປະເທດ ຫວຽດນາມ ເຈືອງເຕີນຊາງ ຖືວ່າ ແຂວງດັກລັກ ຕ້ອງນຳໃຊ້ວິທະຍາສາດເຕັກນິກເຂົ້າໃນການຜະລິດໂດຍທັນທີ. ອຳນາດການປົກຄອງ ແລະ ວິສາຫະກິດ ຕ້ອງໜູນຊ່ວຍປະຊາຊົນໂດຍກົງ ທັງທາງດ້ານທຶນຮອນ, ເຕັກນິກ… ເພື່ອຍົກສູງຄຸນນະພາບຜະລິດຕະພັນ, ເພີ່ມລາຍຮັບ ປະກອບສ່ວນຮັກສາຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໃນແຂວງໃຫ້ເປັນປົກກະຕິ. ປະທານປະເທດ ຫວຽດນາມ ເຈືອງເຕີນຊາງ ສະເໜີໃຫ້ແຂວງ ດັກລັກ ຈົ່ງປະຕິບັດວຽກງານປັບປຸງທົ່ວລະບົບການເມືອງຂັ້ນຮາກຖານໃຫ້ເປັນຢ່າງດີ, ຮັບປະກັນການປ້ອງກັນຊາດ, ປອ້ງກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ