(vovworld) - ໂດຍໄດ້ຮັບຄຳເຊື້ອເຊີນຂອງປະທານາທິບໍດີ ປະເທດ ສ ອິນໂດເນເຊຍ ທ່ານ Susilo Bambang Yudhoyono, ທ່ານປະທານປະເທດ ຫວຽດນາມ ເຈືອງເຕີນຊາງ ແລະ ພັນລະຍາຈະເດີນທາງຢ້ຽມຢາມທາງລັດຖະກິດ ສ ອິນໂດເນເຊຍ. ຕາມແຈ້ງການຂອງກະຊວງການຕ່າງປະເທດ ຫວຽດນາມ ແລ້ວ, ການຢ້ຽມຢາມຂອງທ່ານປະທານປະເທດຈະດຳເນີນແຕ່ວັນທີ 27 – 28/6/2013.