ປະທານປະເທດເຈືອງເຕີນຊາງຕ້ອນຮັບອົງມົງກຸດລາຊະກຸມມານນອກແວ
(ພາບ: TTXVN)
(vovworld) – ວັນທີ 20/3, ໃນການຕ້ອນຮັບອົງມົງກຸດລາຊະກຸມມານ ລາຊະອານາຈັກ ນອກແວ Haakon ແລະ ເຈົ້າຍິງ Mette Marit, ທີ່ພວມມີການຢ້ຽມຢາມ ຫວຽດນາມ, ທ່ານປະທານປະເທດ ເຈືອງເຕີນຊາງ ໄດ້ຕີລາຄາສູງ ຄວາມໝາຍແຫ່ງການຢ້ຽມຢາມຂອງ ອົງມົງກຸດລາຊະກຸມມານ ແມ່ນຂີດໝາຍສຳຄັນເນື່ອງໃນໂອກາດສະເຫຼີມສະຫຼອງກ່ວາ 40 ປີແຫ່ງວັນສ້າງຕັ້ງສາຍພົວພັນມິດຕະພາບ ນອກແວ - ຫວຽດນາມ. ທ່ານປະທານປະເທດ ເຈືອງເຕີນຊາງ ເຫັນດີເປັນເອກະສັນກັບບັນດາຂໍ້ສະເໜີຂອງອົງມົງກຸດລາຊະກຸມມານ ພ້ອມກັບບັນດາສະມາຊິກໃນຄະນະ ກ່ຽວກັບບັນດາການຮ່ວມມືຈຸດສຸມລະຫວ່າງ ຫວຽດນາມ ແລະ ນອກແວ, ໃນນັ້ນມີການຮ່ວມມືພັດທະນາເສດຖະກິດ, ຍົກສູງສິດທິມະນຸດກ່ວາອີກ. ຫວຽດນາມ ເອົາໃຈໃສ່ເຖິງບັນດາຂົງເຂດທ່າແຮງຂອງ ນອກແວ, ສວນທ່ານປະທານປະເທດ ເຈືອງເຕີນຊາງ ຫວັງວ່າ ບັນດາວິສາຫະກິດໃນຄະນະ ຈະກຳໄດ້ໂອກາດລົງທຶນ ແລະ ມີບັນດາບົດບັນທຶກຊ່ວຍຈຳຮ່ວມມືກັບຄູ່ຮ່ວມມື ຫວຽດນາມ. ກ່ຽວກັບບັນຫາສິດທິມະນຸດ, ທ່ານປະທານປະເທດສະແດງວ່າ: ນີ້ແມ່ນບັນຫາ ຫວຽດນາມ ເອົາໃຈໃສ່ໃນຕະຫຼອດພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ແລະ ເນັ້ນໜັກວ່າ: ຫວຽດນາມ ພວມປະຕິບັດນະໂຍບາຍຕ່າງໆເພື່ອເພີ່ມທະວີການພົວພັນສະໜິດແໜ້ນລະຫວ່າງລັດ ແລະ ປະຊາຊົນ, ຜ່ານນັ້ນເສີມຂະຫຍາຍສິດປະຊາທິປະໄຕກ່ວາອີກ. ທ່ານປະທານປະເທດ ສະເໜີວ່າ: ດ້ວຍຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງ 2 ປະເທດ, ຫວຽດນາມ ຈະສວມບົດບາດແມ່ນຂົວເຊື່ອມຕໍ່ຊ່ວຍໃຫ້ ນອກແວ ໃນການເພີ່ມທະວີການພົວພັນຮ່ວມມືກັບ ອາຊຽນ, ພ້ອມທັງເຊື່ອໝັ້ນວ່າ ນອກແວ ສະໜັບສະໜູນ ຫວຽດນາມ ອອກສະໝັກຮັບເລືອກຕັ້ງເປັນສະມາຊິກຂອງບັນດາສະພາຂຶ້ນກັບ ສປຊ ໃນໄລຍະຈະມາເຖິງ.