ປະທານປະເທດ ເຈືອງເຕີ້ນຊາງ ຕ້ອນຮັບເອກອັກຄະລັດຖະທູດ ເກຼັກ ປະຈຳຫວຽດນາມເຂົ້າອຳລາ

(vovworld)- ຕອນ​ບ່າຍ​ວັນ​ທີ 13/11, ຢູ່​ຮ່າ​ໂນ້ຍ, ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈືອງ​ເຕີ້ນ​ຊາງ ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ​ນາງ Rose Ieremia ເອກ​ອັກ​ຄະ​ລັດ​ຖະ​ທູດ ເກຼັກ ປະ​ຈຳ​ຫວຽດ​ນາມ​ເຂົ້າ​ອຳ​ລາ​ເນື່ອງ​ໃນ​ໂອ​ກາດ​ສິ້ນ​ສຸດ​ອາ​ຍຸ​ການ​ເຮັດ​ວຽກ​ຢູ່​ຫວຽດ​ນາມ. ທີ່​ການ​ຕ້ອນ​ຮັບ, ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈືອງ​ເຕີ້ນ​ຊາງ ໄດ້​ຕີ​ລາ​ຄາ​ສູງ​ການ​ປະ​ກອບ​ສ່ວນ​ຂອງ ທ່ານ​ນາງ Rose Ieremia ເອກ​ອັກ​ຄະ​ລັດ​ຖະ​ທູດ ເກຼັກ ປະ​ຈຳ​ຫວຽດ​ນາມ​ເຂົ້າ​ໃນ​ການ​ຊຸກ​ຍູ້​ສາຍ​ພົວ​ພັນ​ຮ່ວມ​ມື​ມິດ​ຕະ​ພາບ​ລະ​ຫວ່າງ 2 ປະ​ເທດໃນ​ໄລ​ຍະ​ທີ່​ຜ່ານ​ມາ. ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈືອງ​ເຕີ້ນ​ຊາງ ເນັ້ນ​ໜັກ​ວ່າ ຫວຽດ​ນາມ​ຖື​ເປັນ​ສຳ​ຄັນ​ທີ່​ສຸດ​ການ​ຊຸກ​ຍູ້ການ​ພົວ​ພັນ​ຮ່ວມ​ມື​ກັບ​ເກຼັກ, ໂດຍ​ສະ​ເພາະ​ແມ່ນ​ໃນ​ຂົງ​ເຂດ​ເສດ​ຖະ​ກິດ, ການ​ຄ້າ, ການ​ລົງ​ທຶນ ແລະ ຮ່ວມ​ມື​ອະ​ນຸ​ລັກ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ. ​ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈືອງ​ເຕີ້ນ​ຊາງ ສະ​ເໜີ​ໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ, 2 ຝ່າຍ​ຄວນ​ຍູ້​ແຮງ​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ຂັ້ນ​ຕ່າງໆ ແລະ ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ບົນ​ເວ​ທີ່​ປາ​ໄສ​ພາກ​ພື້ນ ແລະ ສາ​ກົນ​ເພື່ອ​ການ​ພັດ​ທະ​ນາ​ຂອງ​ແຕ່​ລະ​ປະ​ເທດ ແລະ ພາກ​ພື້ນ. 

ຂ່າວ/ບົດ​ອື່ນ