ປະທານປະເທດຝາກຈົດໝາຍຍ້ອງຍໍຄູ3ຄົນ

ປະທານປະເທດຝາກຈົດໝາຍຍ້ອງຍໍຄູ3ຄົນ - ảnh 1
ຄູ​ອາ​ຈານ ຫງວຽນ​ທິ​ທົງ, ເຊິ່ງ​ແມ່ນ​ໜຶ່ງໃນ 3 ຄູ​ດີ​ເດັ່ນ​ໄດ້​ຮັບ​ຈົດ​ໝາຍ​ຂອງ​ປະ​ທານ​ປະ​ເທດ​ໃນ​ຄັ້ງ​ນີ້
(ພາບ:Vietnam+)

(vovworld) - ​ຄູ 3 ຄົນ​ທີ່​ໄດ້​ຮັບ​ຍ້ອງ​ຍໍ​ຈາກ​ທ່ານ​ປະທານ​ປະ​ເທດ​ ​ເຈືອງ​ເຕິ໋ນຊາງ. ​ແມ່ນ​ບັນດາ​ຄູ​ທີ່​ດີ​ເດັ່ນ, ສຸດ​ຈິດ​ສຸດ​ໃຈ​ກັບ​ອາຊີບ, ຮັກ​ແພງ​ນັກຮຽນ​ໃນ​ໄລຍະ​ນັບ​ສິບ​ປີຜ່ານມາ.

        ​ໃນ​ຈົດໝາຍ, ທ່ານ​ປະທານ​ປະ​ເທດ​ຢືນຢັນ​ວຽກ​ງານ​ເຊິ່ງຄູ​ທັງ 3 ຄົນ​ໄດ້​ເຮັດ ​ແມ່ນ​ສ່ອງ​ແສງ​ໃຫ້​ເຫັນ​ຄຸນ​ນະ​ທາດ​ອັນ​ດີງາມ​ຂອງ​ຄູ​ຫວຽດນາມ​ໃນ​ປະຈຸ​ບັນ, ​ເຊິ່ງ​ໄດ້​ຮັບ​ການ​ສືບ​ທອດ​ຈາກ​ມູນ​ເຊື້ອ​ອະລິ​ຍະ​ທຳ​ທີ່​ມີ​ມານັບ​ພັນ​ປີຂອງ​ຊາດ. ທ່ານປະທານ​ປະ​ເທດກໍ່​ຫວັງ​ວ່າ​, ບັນດາ​ຄູ​ໃນ​ທຸກ​ແຖບ​ຖີ່​ນຂອງ​ປະ​ເທດ​ ຈະ​ສືບ​ຕໍ່​ສຸດ​ຈິດ​ສຸດ​ໃຈ, ອຸທິດ​ສ່ວນ, ​ເພື່ອ​ສຶກສາ​​ນັກຮຽນ​ລຸ້ນຕ່າງໆ​ໃຫ້​ມີ​ຄວາມ​ຮູ້ທຸກ​ດ້ານ, ມີທັກ​ສະ ທີ່​ຈຳ​ເປັນ​ໃນການ​ດຳລົງ​ຊີວິດ​, ​ເພື່ອ​ໃຫ້​ພວກ​ນ້ອງ​ມີ​ຄວາມ​ສາມາດ​ຢ່າງ​ພຽງພໍ, ປະກອບສ່ວນ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຫວຽດນາມ ​ສັງຄົມ​ນິຍົມ​ສຳ​ເລັດ​ຜົນ.


ຂ່າວ/ບົດ​ອື່ນ