ປະທານປະເທດພົບປະກັບບັນດາບຸກຄົນ,ຜູ້ຕາງໜ້າໝູ່ຄະນະດີເດັ່ນຂອງເຫຼົ່າທັບເຮືອ

ປະທານປະເທດພົບປະກັບບັນດາບຸກຄົນ,ຜູ້ຕາງໜ້າໝູ່ຄະນະດີເດັ່ນຂອງເຫຼົ່າທັບເຮືອ - ảnh 1
ປະທານປະເທດພົບປະກັບບັນດາບຸກຄົນ,ຜູ້ຕາງໜ້າໝູ່ຄະນະ
ດີເດັ່ນຂອງເຫຼົ່າທັບເຮືອ
(ພາບ:quehuongonline.vn)

(vovworld) – ​​​​ ທີ່​ການ​ພົບ​ປ​ະ​ສັງ​ສັນ ບັນ​ດາ​ບຸກ​ຄົນ, ຜູ້​ຕາງ​ໜ້າ​ໝູ່​ຄະ​ນະ​ດີເດັ່ນ​ຂອງ​ເຫຼົ່າ​ທັບ​ເຮືອ ເມື່ອ​ຕອ​ນ​ເຊົ້າ​ວັນ​ທີ 25/4, ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ເຈືອງ​ເຕີນ​ຊາງ ເນັ້ນ​ໜັກ​ວ່າ: ກອງ​ທັບ​ເຮືອ ຫວຽດ​ນາມ ຕ້ອງ​ຍົກ​ສູງ​ຄຸນ​ນະ​ທາດ, ສະຫຼາດ​ສ່ອງ​ໄສ​ໃນ​ການ​ແກ​້​ໄຂ​ບັນ​ດາ​ກໍ​ລະ​ນີ​ໃນ​ສະ​ພາ​ບ​ການ​ສັບ​ສົນ​ຄື​ປະ​ຈຸ​ບັນ. ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ຊີ້​ແຈ້ງວ່າ: ​ໃນພາ​ລະ​ກິດ​​ແຫ່ງ​ການປ່ຽນ​ໃໝ່​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ, ພາ​ລະ​ກຳ​ຂອງກອງ​ທັບ​ເຮືອ ຫວຽດ​ນາມ ຍິ່ງ​ສູງ​ສົງ ແລະ ​ໃຫຍ່ຫຼວງ​ກ່​ວາ​ອີກ, ພ້ອມ​ກັບ​ການ​ປົກ​ປັກ​ຮັກ​ສາ​​ອະ​ທິ​ປະ​ໄຕ​ເຂດ​ທະ​ເລ, ກຳ​ລັງ​ກອງ​ທັບ​ເຮືອ ຄວນ​ສືບ​ຕໍ່​ປະ​ຕິ​ບັດ​ບັນ​ດາ​ການ​ເຄື່ອນ​ໄຫວ​ປົກ​ປ້ອງ​ຊາວ​ປະ​ມົງ, ເສດ​ຖະ​ກິດ​ທະ​ເລ, ຄົ້​ນ​ຄ້​ວາ​ວິ​ທະ​ຍາ​ສາດ​ອີກ​ດ້ວຍ. ດ້ວຍຄວາມ​ມຸ່ງ​ມາດ​ປາດ​ຖະ​ໜາ​ຮັກ​ສາ​ສະ​ພາບ​ແວດ​ລ້ອມ​ສັນ​ຕິ​ພາບ, ເຄົາ​ລົບ​ກົດ​ໝາຍ​ສາ​ກົນ, ສະ​ຖຽນ​ລະ​ພາບ​ໃນ​ພາກ​ພື້ນ, ກອງ​ທັບ​ເຮືອ​ປະ​ຊາ​ຊົນ ຫວຽດ​ນາມ ຄວນ​ສືບ​ຕໍ່​ກໍ່​ສ້າງກ​ຳ​ລັງ​ປະ​ຕິ​ວັດຫຼວງ, ຍອດ​ຢ້ຽມ, ທັນ​ສະ​ໄໝ ປະ​ຕິ​ບັດ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ປ້ອງ​ກັນ​ປະ​ເທດ​ທັງ​ພາຍ​ໃນ​ພາກ​ພື້ນ ແລະ ນອກ​ພາກ​ພື້ນ​ດີ​ກ່​ວາ​ອີກ ເພື່ອ​ໃຫ້​ເພື່ອ​ນ​ມິດ​ສາ​ກົນ​ເຂົ້າ​ໃຈ​ຕື່ມ​ອີກ​ກ່ຽວ​ກັບ​ທັດ​ສະ​ນະ, ແນວ​ທາງ​ຂອງ​ພັກ, ລັດ ຫວຽດ​ນາມ, ກຳ​ລັງ​ແຮງ​ເປັນ​ທຳ​ຂອງກອງ​ທັບ​ ຫວຽດ​ນາມ.


ຂ່າວ/ບົດ​ອື່ນ