( vovworld ) - ວັນທີ 28/6, ທ່ານປະທານປະເທດ Truong Tan Sang ໄດ້ລົງຢ້ຽມຢາມ ແລະ ເຮັດວຽກກັບແຂວງບ່າເຣື້ຍ - ວູງເຕົ່າ ກ່ຽວກັບສະພາບການພັດທະນາເສດຖະກິດສັງຄົມ ແລະ ຮັບປະກັນການປ້ອງກັນຊາດ ປ້ອງກັນຄວາມສະຫງົບໃນບໍລິເວັນແຂວງ. ກ່າວຄຳເຫັນທີ່ການເຮັດວຽກກັບພະນັກງານຫຼັກແຫຼ່ງແຂວງບ່າເຣື້ຍ - ວູງເຕົ່າ, ທ່ານປະທານປະເທດ Truong Tan Sang ໄດ້ເນັ້ນໜັກວ່າ ແຂວງບ່າເຣື້ຍ - ວູງເຕົ່າ ຄວນມີການຄິດໄລ່ຢ່າງລະອຽດໃນວຽກງານວາງແຜນກຳນົດພັດທະນາທ່າກຳປັ່ນ. ນີ້ບໍ່ພຽງແຕ່ແມ່ນທ່າແຮງພັດທະນາຂອງແຂວງເທົ່ານັ້ນ ຫາກຍັງຂອງເຂດ ແລະ ປະເທດອີກດ້ວຍ.