ທ່ານປະທານປະເທດຫວຽດນາມ ເຈືອງເຕີນຊາງ
(ພາບ: vietbao.vn)
(Vovworld)- ຕອນບາຍວັນທີ 8/7, ທ່ານປະທານປະເທດຫວຽດນາມ ເຈືອງເຕີນຊາງ ໃຫ້ການຕ້ອນຮັບອະດີດນັກຮົບກາຊັກສະຖານ Issa Bisanop ແລະ ຄອບຄົວພວມຢູ່ຢ້ຽມຢາມຫວຽດນາມ. ທ່ານປະທານປະເທດຫວຽດນາມ ເຈືອງເຕີນຊາງສະແດງຄວາມປິຕິຊົນຊື່ນທີ່ໄດ້ພົບອະດີດນັກຮົບສາກົນຄືນໃໝ່ ຜູ້ທີ່ເຄີຍໄດ້ຝຶກຊ້ອມໃຫ້ບັນດານັກຮົບປ້ອງກັນອາກາດຫວຽດນາມ. ທ່ານປະທານປະເທດຫວຽດນາມ ເຈືອງເຕີນຊາງ ຢືນຢັນວ່າ: ພັກ, ລັດ ຍາມໃດກໍ່ຈົດຈຳການຊ່ວຍເຫຼືອອັນລ້ຳຄ່າດັ່ງກ່າວ ແລະ ພ້ອມແລ້ວທີ່ຈະຕ້ອນຮັບບັນດາອະດີດນັກຮົບ, ອະດີດຜູ້ຊ່ຽວຊານກັບຄືນມາຢ້ຽມຢາມຫວຽດນາມ. ສ່ວນທ່ານ Issa Bisanop ສະແດງຄວາມພາກພູມໃຈເມື່ອໄດ້ກັບຄືນມາຫວຽດນາມ, ແຫ່ງທີ່ທ່ານເຄີຍຢູ່ອາໄສໃນຄາວຍັງໜຸ່ມ, ຫວນຄືນບັນດາອະນຸສອນ ເປັນຜູ້ຊ່ຽວຊານລູກສອນໄຟ ໃນຊຸມປີ 1966,1967 ແລະ ຢືນຢັນວ່າ ຍາມໃດ ຫວຽດນາມ ກໍ່ແມ່ນບ້ານເກີເມືອງນອນແຫ່ງທີສອງຂອງທ່ານ.