ປະທານປະເທດເຈີນດ້າຍກວາງຕ້ອນຮັບຮອງນາຍົກລັດຖະມົນຕີສິງກະໂປ
(ທ່ານປະທານປະເທດເຈີນດ້າຍກວາງ
ຕ້ອນຮັບຮອງນາຍົກລັດຖະມົນຕີສິງກະໂປ)
(vovworld) - ໃນຕອນເຊົ້າວັນທີ 12/09, ຢູ່ຮ່າໂນ້ຍ, ກ່າວຄຳເຫັນທີ່ການຕ້ອນຮັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີຜູ້ປະສານງານປ້ອງກັນສະຫງົບສ.ສິງກະໂປ ຊຽວຈູງສຽນ, ເຊິ່ງພວມມີການຢ້ຽມຢາມຫວຽດນາມ, ທ່ານປະທານປະເທດ ເຈີນດ້າຍກວາງ ເນັ້ນໜັກວ່າ, ການຢ້ຽມຢາມໄດ້ປະກອບສ່ວນຮັດແໜ້ນການພົວພັນດ້ານການເມືອງເວົ້າລວມ ແລະ ລະຫວ່າງການນຳ 2 ປະເທດເວົ້າສະເພາະ, ສ້າງພື້ນຖານຢ່າງໝັ້ນແກ່ນເພື່ອໃຫ້ 2 ປະເທດພັດທະນາຂຶ້ນສູ່ລະດັບສູນໃໝ່. ທ່ານປະທານປະເທດ ສະເໜີໃຫ້ 2 ຝ່າຍເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຕ້ານກໍ່ການຮ້າຍທີ່ມີການຈັດຕັ້ງ, ຂ້າມຊາດ ແລະ ອາຊະຍາກຳທາງດ້ານເຄືອຂ່າຍອີນເຕີແນັດ. ທ່ານປະທານປະເທດ ສະເໜີໃຫ້ທ່ານຮອງນາຍົກລັດຖະມົນຕີ ຊຽວຈູງສຽນ ເອົາໃຈໃສ່ເຖິງການຊຸກຍູ້ກ່ຽວກັບການຮ່ວມມືບຳລຸງສ້າງ ກໍຄືບັນດາການເຄື່ອນໄຫວຮ່ວມມືຕົວຈິງລະຫວ່າງບັນດາອົງການມີໜ້າທີ່ຂອງ 2 ຝ່າຍ, ໜູນຊ່ວຍການສະກັດກັ້ນ ແລະ ກ່າວເຕືອນບັນດາໄພກໍ່ການຮ້າຍ, ລັດທິໃຊ້ຄວາມຮຸນແຮງ ແລະ ອາດຊະຍາກຳທີ່ມີການຈັດຕັ້ງ, ຂ້າມຊາດໂດຍໄວ ເພື່ອແນໃສ່ຮັບປະກັນຄວາມສະຫງົບຢູ່ແຕ່ລະປະເທດ. ນອກນັ້ນ, 2 ຝ່າຍກໍ່ຕັ້ງໜ້າເອົາໃຈໃສ່ສົມທົບກັນຜັນຂະຫຍາຍບັນດາຂໍ້ຕົກລົງດ້ານເສດຖະກິດ. ທ່ານປະທານປະເທດ ປາດຖະໜາວ່າ, ບັນດາວິສາຫະກິດສິງກະໂປ ຈະຕັ້ງໜ້າເຂົ້າຮ່ວມການລົງທຶນຜ່ານບັນດາກອງທຶນສ່ຽງໄພ, ແລກປ່ຽນຂໍ້ມູມຂ່າວສານ, ແບ່ງປັນບົດຮຽນ ແລະ ເຊື່ອມຕໍ່ວິສາຫະກິດຫວຽດນາມ ກັບຕະຫຼາດທົ່ວໂລກ.