(vovworld) - ຕອນເຊົ້າວັນທີ 29/08, ພິທີຕ້ອນຮັບທ່ານປະທານປະເທດ ເຈີນດ້າຍກວາງ, ພັນລະຍາ ແລະ ຄະນະຜູ້ແທນຫວຽດນາມ ຢ້ຽມຢາມທາງລັດຖະກິດເຖິງສິງກະໂປ ໄດ້ຮັບການຈັດຕັ້ງຕາມພິທີການສູງສຸດສຳລັບປະມຸກລັດ ທີ່ທຳນຽບປະທານາທິບໍດີ ຢູ່ນະຄອນຫຼວງສິງກະໂປ ພາຍໃຕ້ການເປັນປະທານຂອງທ່ານປະທານາທິບໍດີສິງກະໂປ Tony Tan Keng Yam ແລະ ພັນລະຍາ. ພາຍຫຼັງພິທີຕ້ອນຮັບ, ທ່ານປະທານປະເທດ ເຈີນດ້າຍກວາງ ໄດ້ມີການເຈລະຈາກັບທ່ານປະທານາທິບໍດີ Tony Tan Keng Yam ແລະ ພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີ ຫຼີິຊຽນຫຼົງ.
ໃນຊຸມປີຜ່ານມາ, ການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ສິງກະໂປ ສືບຕໍ່ໄດ້ຮັບການພັດທະນາຢ່າງແທດຈິງ ແລະ ມີຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ. 2 ຝ່າຍໄດ້ແລກປ່ຽນຄະນະຜູ້ແທນ, ການພົບປະຂັ້ນສູງ ແລະ ທຸກຂັ້ນເປັນປະຈຳ. ການຢ້ຽມຢາມສິງກະໂປ ຄັ້ງນີ້ຂອງທ່ານປະທານປະເທດ ເຈີນດ້າຍກວາງ ແມ່ນເພື່ອແນໃສ່ປັບປຸງ ແລະ ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດກັບສິງກະໂປ ເລິກເຊິ່ງຂຶ້ນຕື່ມ.