ປະທານປະເທດເຈືອງເຕີນຊາງຕ້ອນຮັບບັນດາເອກອັກຄະລັດຖະທູດເຂົ້າຍື່ນສານຕາຕັ້ງ

ປະທານປະເທດເຈືອງເຕີນຊາງຕ້ອນຮັບບັນດາເອກອັກຄະລັດຖະທູດເຂົ້າຍື່ນສານຕາຕັ້ງ - ảnh 1
ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ
(ພາບ​ປະ​ກອບ​ຈາກ​ອີນ​ເຕີ​ເນັດ)

(vovworld) –  ​ຕອນ​ບ່າຍ​ວັນ​ທີ 29/12, ຢູ່​ຮ່າ​ໂນ້ຍ, ໃນ​ການ​ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ ບັງ​ກະ​ລາ​ເດ​ສ, ເກຼັກ ແລະ ອາ​ຣັບ​ບີ ​ຊະ​ອຸ​ດິ ເຂົ້າຍື່ນ​ສານ​ຕາ​ຕັ້ງ​ຮັບ​ໜ້າ​ທີ່​ການ​ທູດ​ຢູ່ ຫວຽດ​ນາມ, ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ຢ​ືນ​ຢັນ​ຈະ​ສ້າງ​ທຸກ​ເງື່ອນ​ໄຂ​ເພື່ອ​ໃຫ້​ບັນ​ດາ​ເອກ​ອັກ​ຄະ​ລັດ​ຖ​ະ​ທູດ​ປະ​ຕິ​ບັດ​ສຳ​ເລັດ​ໜ້າ​ທີ່​ຢູ່​ຫວຽດ​ນາມ.

        ໃນ​ການ​ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ ບັງ​ກະ​ລາ​ເດ​ສ Saha Ula, ທ່ານ​ປະ​ທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ຖື​ວ່າ: 2 ຝ່າຍ​ຄ​ວນ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ, ເປີດ​ກ້​ວາງ​ຂົງ​ເຂດ​ຮ່ວມ​ມື​ໃນ​ທຸກໆ​ຂົງ​ເຂດ. ຫວຽດ​ນາມ ​ພ້ອມ​ແລ້ວ​ແບ່ງ​ປັນ​ບົດ​ຮຽນ​ກັບ ບັງ​ກະ​ລາ​ເດ​ສ ໃນ​ການ​ລົບ​ລ້າງ​ຄວາມ​ອຶດ​ຫິວ​ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ, ສົ່ງ​ເສີມ​ສຸ​ຂະ​ພາບ​ຂອງ​ແມ່ ແລະ ເດັກ, ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ.

        ອວຍ​ພອນ​ໃຫ້ເອກ​ອັກ​ຄະ​ລັດ​ຖະ​ທູດ ເກຼັກ Nicolak Dekanelot ໄດ້​ຮັບ​ແຕ່ງ​ຕັ້ງ​ເປັນ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ປະ​ຈຳ ຫວຽດ​ນາມ, ທ່ານ​ປ​ະ​ທານ​ປະ​ເທດ ເນັ້ນ​ໜັກ​ວ່າ: ເມື່ອ​ສັນ​ຍາ​ການ​ຄ້າ​ເສ​ລີ​ລະ​ຫວ່າງ ຫວຽດ​ນາມ ແລະ ສະ​ຫະ​ພາບ​ເອີ​ລົບ ໄດ້​ຮັບ​ການ​ລົງ​ນາມ ໃນ​ປີ​ໜ້າ​ຈະ​ເປີດ​ໂອ​ກາດ​ໃຫ້​ແກ່​ການ​ແລກ​ປ່ຽນ​ເສດ​ຖະ​ກິດ, ການ​ຄ້າ​ລະ​ຫວ່າງ ຫວຽດ​ນາມ ແລະ ເກຼັກ ເວົ້​າ​ສະ​ເພາະກໍ່​ຄື​ຂອງ​ພ​າກ​ພື້ນ​ເວົ້າ​ລວ​ມ.

        ໃນ​ການ​ຕ້ອ​ນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ ອາ​ຣັບ​ບີ ​ຊະ​ອຸ​ດິ Dakhin Angiohani, ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ຫວັງ​ວ່າ: ອາ​ຣັບ​ບີ ​ຊະ​ອຸ​ດິ ຈະ​ເພີ່ມ​ທະ​ວີ​ການ​ລົງ​ທຶນ​ເຂົ້າ​ບັນ​ດາ​ໂຄງ​ການ​ໃຫຍ່​ຂອງ ຫວຽດ​ນາມ. ຫວຽດ​ນາມ ສ້າງ​ເງື່ອນ​ໄຂ​ສະ​ດວ​ກ​ເພື່ອ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ ອາ​ຣັບ​ບີ ​ຊະ​ອຸ​ດິ ລົງ​ທຶນ, ດຳ​ເນີນ​ທຸ​ລະ​ກິດ​ຢູ່ ຫວຽດ​ນາມ.

ຂ່າວ/ບົດ​ອື່ນ