ປະທານປະເທດເຈືອງເຕີນຊາງຕ້ອນຮັບຜູ້ວ່າການແຂວງWakayama,ປະເທດຍີ່ປຸ່ນ
(ພາບ: Phương Hoa - TTXVN)
|
(vovworld) – ທີ່ການຕ້ອນຮັບຜູ້ວ່າການແຂວງ Wakayama, ປະເທດ ຍີ່ປຸ່ນ ທ່ານ Yoshinobu Nisaka ເຊິ່ງດຳເນີນໄປໃນຕອນບ່າຍວັນທີ 11/3, ຢູ່ສຳນັກງານປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ເຈືອງເຕີນຊາງ ຊົມເຊີຍທ່ານຜູ້ວ່າການເຊິ່ງ Wakayama ແລະ ຄະນະຜູ້ແທນມາຢ້ຽມຢາມ ຫວຽດນາມ ຄັ້ງນີ້ ເພື່ອແນໃສ່ເພີ່ມທະວີ ແລະ ເປີດກ້ວາງການຮ່ວມມືໃນຂົງເຂດກະສິກຳ ແລະ ສິນໃນນ້ຳລະຫວ່າງແຂວງ Wakayama ກັບກະຊວງກະສິກຳ ແລະ ພັດທະນາຊົນນະບົດ ແລະ ບາງແຂວງຂອງ ຫວຽດນາມ. ນີ້ແມ່ນປະກົດການທີ່ແທດຈິງຂອງການພົວພັນຮ່ວມມື, ຄູ່ຮ່ວມມືຍຸດທະສາດເລິກເຊິ່ງ ແລະ ກ້ວາງຂວາງລະຫວ່າງ ຫວຽດນາມ - ຍີ່ປຸ່ນ ໃນນັ້ນມີຂົງເຂດກະສິກຳ ເຊິ່ງໄດ້ ແລະ ພວມປະກອບສ່ວນຕັ້ງໜ້າໃຫ້ແກ່ການພັດທະນາເສດຖະກິດ, ລົບລ້າງຄວາມອຶດຫິວ, ຫລຸດຜ່ອນຄວາມທຸກຍາກ, ຍົກສູງເງື່ອນໄຂດຳລົງຊີວິດໃຫ້ແກ່ປະຊາຊົນ. ທ່ານປະທານປະເທດ ເຈືອງເຕີນຊາງ ເຊື່ອໝັ້ນວ່າດ້ວຍການຮ່ວມມືຢ່າງແໜ້ນແຟ້ນຈາກສູນກາງລົງຮອດທ້ອງຖິ່ນຂອງ ຍີ່ປຸ່ນ ແລະ ຫວຽດນາມ, 2 ຝ່າຍຈະມີບາດກ້າວພັດທະນາຢ່າງຕັ້ງໜ້າໃນທຸກຂົງເຂດ, ພິເສດແມ່ນໃນຂົງເຂດຖ່າຍທອດເຕັກໂນໂລຢີທີ່ກ້າວໜ້າ, ບົດຮຽນຂອງ ຍີ່ປຸ່ນ. ທ່ານປະທານປະເທດ ຢືນຢັນຈະສ້າງເງື່ອນໄຂດີທີ່ສຸດໃຫ້ບັນດາວິສາຫະກິດ ຊອກຮູ້, ລົງທຶນ, ດຳເນີນທຸລະກິດຢູ່ ຫວຽດນາມ.