ທ່ານປະທານປະເທດ ຫວຽດນາມ ເຈືອງເຕີນຊາງ
(ພາບ: Nguyễn Khang – TTXVN)
|
(vovworld) – ເນື່ອງໃນໂອກາດທ່ານປະທານປະເທດ ຫວຽດນາມ ເຈືອງເຕີນຊາງ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 70 ປີແຫ່ງໄຊຊະນະໃນສົງຄາມປົກປັກຮັກສາປະເທດຊາດທີ່ຍິ່ງໃຫຍ່ ຢູ່ສະຫະພັນ ລັດເຊຍ, ຊ່ອງໂທລະພາບແຫ່ງຊາດ ລັດເຊຍ ໄດ້ສຳພາດທ່ານປະທານປະເທດ ເຈືອງເຕີນຊາງ ກ່ຽວກັບຄວາມໝາຍຂອງໄຊຊະນະກໍ່ຄືການພົວພັນລະຫວ່າງ ຫວຽດນາມ ແລະ ສະຫະພັນ ລັດເຊຍ. ທ່ານປະທານປະເທດ ເຈືອງເຕີນຊາງ ຊີ້ແຈ້ງວ່າ: ພ້ອມກັບປະຊາຊົນ ໄຊວຽດ ແລະ ບັນດາກຳລັງກ້າວໜ້າໃນໂລກ, ປະຊາຊົນ ຫວຽດນາມໄດ້ລຸກຮື້ຂຶ້ນ ຕ້ານແອກປົກຄອງຂອງລັດທິລ່າເມືອງຂຶ້ນ, ລັດທິຟາດຊິດ ແລະ ລັດທິນິຍົມໃຊ້ການທະຫານເພື່ອຍາດເອົາເອກະລາດ, ເສລີພາບໃຫ້ແກ່ປະເທດຊາດ. ໄຊຊະນະ ຝາດຊິດຂອງ ໂຊວຽດ ແລະ ບັນດາປະເທດພັນທະມິດໄດ້ສ້າງເງື່ອນໄຂສະດວກໃຫ້ແກ່ການຕໍ່ສູ້ຂອງປະຊາຊົນ ຫວຽດນາມ. ດ້ວຍວິໄສທັດທີ່ສະຫຼາດສ່ອງໄສ, ການນຳພາທີ່ປິຊາສາມາດຂອງປະທານ ໂຮ່ຈີມິນ, ຄວາມສາມັກຄີເປັນຈິດໜຶ່ງໃຈດຽວຂອງຊາດ ຫວຽດນາມ ແລະ ການສົ່ງເສີມຂອງບັນດາກຳລັງກ້າວໜ້າໃນໂລກ, ປະຊາຊົນ ຫວຽດນາມ ໄດ້ກຳແໜ້ນກາລະໂອກາດຍຸດທະສາດ, ດຳເນີນການລຸກຮື້ຂຶ້ນປະຕິວັດເດືອນສິງຫາ ປີ 1945 ຢ່າງມີໄຊ. ໄຊຊະນະຂອງການປະຕິວັດປົດປ່ອຍຊາດຂອງປະຊາຊົນ ຫວຽດນາມ ແລະ ການກຳເນີດຂອງລັດສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ເມື່ອວັນທີ 2/9/1945 ແມ່ນການປະກອບສ່ວນສຳຄັນຂອງ ປະຊາຊົນ ຫວຽດນາມ ເຂົ້າໃນການຕໍ່ສູ້ລວມຊອງປະຊາຊົນໂລກ ເພື່ອສັນຕິພາບ, ເອກະລາດແຫ່ງຊາດ, ປະຊາທິປະໄຕ ແລະ ຄວາມກ້າວໜ້າສັງຄົມ.
ທ່ານປະທານປະເທດ ເຈືອງເຕີນຊາງ ກໍ່ຊີ້ແຈ້ງວ່າ: ວັນທີ 30/1/1950, ໂຊວຽດ ຮັບຮູ້ ແລະ ສ້າງຕັ້ງການພົວພັນທາງການທູດກັບ ປະເທດສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ຢ່າງເປັນທາງການ, ໄດ້ກ້າວເຂົ້າສູ່ປະຫວັດສາດໃນການພົວພັນ ຫວຽດນາມ - ສະຫະພັນ ລັດເຊຍ ຄືດັ່ງຂີດໝາຍສຳຄັນ. ທ່ານປະທານປະເທດ ຫວຽດນາມ ເຊື່ອໝັ້ນວ່າ: ດ້ວຍຊັບສົມບັດອັນລຳ້ຄ່າແມ່ນນ້ຳໃຈມິດຕະພາບທີ່ຕິດພັນຢ່າງຍາວນານ, ດ້ວຍຄວາມຕັດສິນໃຈ, ຄວາມມານະພະຍາຍາມຂອງການນຳ ແລະ ປະຊາຊົນ 2 ປະເທດ, ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ລັດເຊຍ ຈະພັດທະນາ ຢ່າງບໍ່ຢຸດຢັ້ງ, ຕອບສະໜອງຜົນປະໂຫຍດ ແລະ ຄວາມມຸ່ງມາດປາດຖະໜາຂອງປະຊາຊົນ 2 ປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື, ການພັດທະນາຢູ່ພາກພື້ນ ແລະ ຢູ່ໃນໂລກ.