ປະທານປະເທດເຈືອງເຕີ໋ນຊາງພົບປະສັງສັນນັກຮົບເກົ່າກົມກອງວິລະຊົນກຳລັງປະກອບອາວຸດ

ປະທານປະເທດເຈືອງເຕີ໋ນຊາງພົບປະສັງສັນນັກຮົບເກົ່າກົມກອງວິລະຊົນກຳລັງປະກອບອາວຸດ - ảnh 1
​​ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ​ ພົບ​ປະ​ສັງ​ສັນ​ນັກ
ຮົບ​ເກົ່າ​ກົມ​ກອງ​ວິລະ​ຊົນ​ກຳລັງ​ປະກອບ​ອາວຸດ
(ພາບ: TTXVN)

(vovworld) – ​ ຕອນ​ບ່າຍ​ວັນ​ທີ 17/8 ຢູ່​ຮ່າ​ໂນ້ຍ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ​ໄດ້​ພົບ​ປະ​ສັງ​ສັນກັນ​ບັນດາ​ນັກຮົບ​ເກົ່າ​ກອງ​ພົນ 308, ກອງ​ພົນ​ໃຫຍ່ 1 ​ແລະ ກອງ​ພົນ 3 (ດາວ​​ເຫຼືອງ), ​ເຂດ​ທະຫານ 1. ນີ້​ແມ່ນ 2 ກອງ​ພົນ​ເປັນ​ກຽດທີ່​​ໄດ້ຮັບນາມມະຍົດ​ວິລະ​ຊົນ​ກຳລັງ​ປະກອບ​ອາວຸດ​ປະຊາຊົນ​ຈາກ​ພັກ​ແລະລັດ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ ພ້ອມ​ບັນດາ​ຜູ້​ແທນ​ທົບ​ຫວນ​ຄືນ​ມູນ​ເຊື້ອອັນ​ສະຫງ່າ​ລາສີ​ຂອງ 2 ກົມ​ກອງ​ຕົ້ນຕໍຂອງ​ກອງທັບ​ປະຊາຊົນ ຫວຽດນາມ​ ໃນຊຸມ​ປີ​​ແຫ່ງ​ການຕໍ່ສູ້​ກູ້​ຊາດ. ທ່ານ​ປະທານ​ປະ​ເທດ ຢືນຢັນ​ວ່າ: ພັກ​, ລັດ ຍາມ​ໃດ​ກໍ​ຈົດ​ຈຳ ​ແລະ ຕອບ​ບຸນ​ແທນ​ຄຸນ​ອັນ​ໃຫຍ່​ຫລວງ​ຂອງ​ພະນັກງານ​ນັກຮົບ​ ຜ່ານ​ການ​ຕໍ່ສູ້​ປົກ​ປັກ​ຮັກສາ​ປະ​ເທດ​ຊາດຄັ້ງ​ຕ່າງໆ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ ຫວັງ​ວ່າ: ບັນດາ​ນັກຮົບ​ເກົ່າ​ຈະ​ສືບ​ຕໍ່​ເປັນ​ແບບ​ຢ່າງ​ທີ່​ດີ​ເດັ່ນ ​ເພື່ອ​ສຶກສາ​ມູນ​ເຊື້ອ​ໃຫ້​ຄົນ​ລຸ່ນຫລັງ.

ຂ່າວ/ບົດ​ອື່ນ