ປະທານປະເທດເຈືອງເຕີນຊາງເຂົ້າຮ່ວມພິທີສະເຫຼີມສະຫຼອງ80ປີແຫ່ງວັນມູນເຊື້ອທະຫານລາດປ້ອງກັນຕົວ
ຮ່ວາງຢູ້ງ,ນັກຂ່າວVOV -  
ປະທານປະເທດເຈືອງເຕີນຊາງເຂົ້າຮ່ວມພິທີສະເຫຼີມສະຫຼອງ80ປີ
ແຫ່ງວັນມູນເຊື້ອທະຫານລາດປ້ອງກັນຕົວ
(ພາບ: Trọng Đức - TTXVN)
|
(vovworld) - ຕອນເຊົ້າວັນທີ 28/3, ຢູ່ຮ່າໂນ້ຍ, ກະຊວງປ້ອງກັນປະເທດ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 80 ປີແຫ່ງວັນມູນເຊື້ອທະຫານລາດປ້ອງກັນຕົວ ຫວຽດນາມ (28/3/1935 – 28/3/2015). ກ່າວຄຳເຫັນນະທີ່ນີ້, ທ່ານປະທານປະເທດ ເຈືອງເຕີນຊາງ ເຊື່ອໝັ້ນວ່າ: ທະຫານລາດປ້ອງກັນຕົວ ຫວຽດນາມ ຈະປະຕິບັດສຳເລັດທຸກໆໜ້າທີ່ໄດ້ຮັບມອບໝາຍຢ່າງມີໄຊ, ສົມກັບຄວາມໄວ້ເນື້ອເຊື່ອໃຈຂອງພັກ, ລັດ ແລະ ປະຊາຊົນ. ທ່ານປະທານປະເທດ ເຈືອງເຕີນຊາງ ໄດ້ມອບຫຼຽນໄຊດາວຄຳໃຫ້ທະຫານລາດປ້ອງກັນຕົວ ຫວຽດນາມ, ມອບນາມມະຍົດວິລະຊົນກຳລັງປະກອບອາວຸດປະຊາຊົນໃຫ້ກົມທະຫານລາດປ້ອງກັນຕົວ.
ກໍ່ໃນຕອນເຊົ້າວັນດຽວກັນ, ທ່ານປະທານປະເທດ ເຈືອງເຕີນຊາງໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 6 ຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI). ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານປະທານປະເທດ ເຈືອງເຕີນຊາງ, ຊີ້ແຈ້ງວ່າ:
“ຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ ຕ້ອງປະຕິບັດໜ້າທີ່ເຕົ້າໂຮມ, ຮ່ວມສຳພັນລະຫວ່າງບັນດາວິສາຫະກິດ ແລະ ສະຫະສະມາຄົມວິສາຫະກິດຍິ່ງກ່ວາອີກ, ເປັນເຈົ້າການສົມທົບກັບບັນດາອົງການອຳນາດການປົກຄອງ, ແນະນຳ ແລະ ໜູນຊ່ວຍບັນດາສະຫະສະມາຄົມວິສາຫະກິດສ້າງຕັ້ງ ແລະ ເຄື່ອນໄຫວຢ່າງມີປະສິດທິຜົນ. ຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ ຄວນເພີ່ມທະວີຍົກສູງຄຸນນະພາບການຄົ້ນຄ້ວາ, ເປັນເສນາທິການ, ສະເໜີຕໍ່ພັກ, ລັດກ່ຽວກັບທັດສະນະ, ກົນໄກ, ນະໂຍບາຍສ້າງສາ ແລະ ພັດທະນາບັນດາວິສາຫະກິດ, ກໍ່ຄືສຸມໃສ່ປະກອບສ່ວນຕັ້ງໜ້າເຂົ້າໃນຮ່າງເອກະສານຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກ ກ່ຽວກັບບັນດາບັນຫາກ່ຽວຂ້ອງເຖິງເສດຖະກິດ, ວິສາຫະກິດ, ນັກທຸລະກິດ ແລະ ສະພາບແວດລ້ອມແຫ່ງການດຳເນີນທຸລະກິດ ”
ຮ່ວາງຢູ້ງ,ນັກຂ່າວVOV