ປະທານລັດຖະສະພາອີນໂດເນເຊຍ ເລີ່ມຕົ້ນການ ຢ້ຽມຢາມຫວຽດນາມ
ທ່ານປະທານລັດຖະສະພາອີນໂດເນເຊຍ Sidarto Danusubroto
(ພາບ: antaranews.com)
(vovworld) - ຕອນບ່າຍວັນທີ 01/03, ທ່ານປະທານລັດຖະສະພາອີນໂດເນເຊຍ Sidarto Danusubroto ນຳໜ້າຄະນະຜູ້ແທນລັດຖະສະພາ ສ.ອີນໂດເນເຊຍ ໄດ້ມາຮອດຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ຕາມຄຳເຊີນຂອງທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງ.
ໃນໄລຍະຢູ່ຢ້ຽມຢາມຫວຽດນາມ ເປັນເວລາ 5 ວັນ (ແຕ່ວັນທີ 01 – 05/03), ຄາດວ່າ, ທ່ານປະທານລັດຖະສະພາອີນໂດເນເຊຍ Sidarto Danusubroto ຈະມີການເຈລະຈາກັບທ່ານປະທານສະພາແຫ່ງຊາດຫງວຽນຊິງຮຸ່ງ, ພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ແລະ ໄປຢ້ຽມຢາມທັດສະນີຍະພາບ, ເຂດປູຊະນີຍະສະຖານປະຫວັດສາດບາງແຫ່ງ ຂອງຫວຽດນາມ.