ປະທານສະພາຕໍ່າ ອົດສະຕາລີ ເລີ່ມຕົ້ນການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ
(VOVWORLD) -ການຢ້ຽມຢາມຄັ້ງນີ້ ຈະປະກອບສ່ວນຊຸກຍູ້ການພົວພັນລະຫວ່າງສອງປະເທດໃນຫຼາຍຂົງເຂດ, ໂດຍສະເພາະແມ່ນດ້ານການເມືອງ, ເສດຖະກິດ, ການຄ້າ.
ທ່ານ Tony Smith ປະທານສະພາຕໍ່າອົດສະຕາລີ
(ພາບ: TTXVN)
|
ຄະນະຜູ້ແທນຂັ້ນສູງສະພາຕໍ່າອົດສະຕາລີ ໂດຍທ່ານ Tony Smith ປະທານສະພາຕໍ່າ ນໍາໜ້າ ເລີ່ມເຄື່ອນໄຫວການຢ້ຽມຢາມຫວຽດນາມຢ່າງເປັນທາງການແຕ່ວັນທີ 23 – 25 ກໍລະກົດ 2018, ຕາມຄໍາເຊື້ອເຊີນຂອງທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ. ການຢ້ຽມຢາມຄັ້ງນີ້ ຈະປະກອບສ່ວນຊຸກຍູ້ການພົວພັນລະຫວ່າງສອງປະເທດໃນຫຼາຍຂົງເຂດ, ໂດຍສະເພາະແມ່ນດ້ານການເມືອງ, ເສດຖະກິດ, ການຄ້າ.