ປະທານສະພາສູງ ອົດສະຕາລີ ສິ້ນສຸດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ
(VOVWORLD) - ວັນທີ 23 ມັງກອນ, ຄະນະຜູ້ແທນຂັ້ນສູງສະພາສູງ ອົດສະຕາລີ ໂດຍທ່ານ Scott Ryan, ປະທານສະພາສູງ ອົດສະຕາລີ ນຳໜ້າ ໄດ້ສິ້ນສຸດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ຕາມຄຳເຊີນຂອງທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ.
ໃນຂອບເຂດການຢ້ຽມຢາມ, ທ່ານປະທານສະພາສູງ ອົດສະຕາລີ Scott Ryan ໄດ້ພົບປະເຈລະຈາກັບທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ; ເຂົ້າຢ້ຽມຂ່ຳນັບທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ; ພົບປະກັບທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ.