ປະທານສະພາສູງສະຫະພັນລັດເຊຍຢ້ຽມຢາມລາວ
ທ່ານນາງ Valentina Ivanovna Matviyenk ແລະ ທ່ານນາງ ປານີ ຢາທໍ່ຕູ້
(ພາບ: Hoàng Chương/Vietnam+)
(vovworld) – ໂດຍໄດ້ຮັບຄຳເຊີນຂອງສະພາແຫ່ງຊາດ ລາວ, ຄະນະຜູ້ແທນສະພາສູງສະຫະພັນລັດເຊຍ ໂດຍທ່ານນາງປະທານ Valentina Ivanovna Matviyenk ເປັນຫົວໜ້າຄະນະໄດ້ມາຢ້ຽມຢາມ ລາວ ຢ່າງເປັນທາງການໃນວັນທີ 19 – 20/9. ຕອນເຊົ້າວັນທີ 20/9, ຄະນະໄດ້ເຈລະຈາກັບຄະນະຜູ້ແທນສະພາແຫ່ງຊາດ ລາວ ໂດຍທ່ານນາງປະທານສະພາແຫ່ງຊາດ ລາວ ປານີ ຢາທໍ່ຕູ້ ນຳໜ້າ.
ທີ່ການເຈລະຈາ, ທ່ານປະທານສະພາແຫ່ງຊາດປະເທດເຈົ້າພາບ ປານີ ຢາທໍ່ຕູ້ ສະໜັບສະໜູນຢ່າງແຮງນະໂຍບາຍຖືກຕ້ອງ, ມີໄຫວພິບຂອງລັດຖະບານລັດເຊຍ ໃນການນຳປະເທດ ແລະ ປະຊາຊົນ ລັດເຊຍ ຜ່ານຜ່າທຸກໆຮົ້ວກີດຂວາງ, ສິ່ງທ້າທາຍເພື່ອບັນລຸໄດ້ບັນດາຜົນງານອັນໃຫຍ່ຫຼວງໃນພາລະກິດສ້າງສາປະເທດຊາດ, ປະກອບສ່ວນປົກປັກຮັກສາສັນຕິພາບ ແລະ ຄວາມສະຫງົບໃນພາກພື້ນກໍ່ຄືໃນໂລກ. ທ່ານນາງປະທານສະພາສູງ ລັດເຊຍ Matviyenk ຢືນຢັນວ່າ: ລັດເຊຍຈະເພີ່ມທະວີການລົງທຶນຢູ່ລາວ ໃນຫຼາຍຂົງເຂດເຊິ່ງທັງ 2 ຝ່າຍມີທ່າແຮງ. ກໍ່ທີ່ການເຈລະຈານີ້, ການນຳທັງ 2 ໄດ້ແລກປ່ຽນສະພາບການຂອງແຕ່ລະປະເທດ, ການເຄື່ອນໄຫວຂອງອົງການນິຕິບັນຍັດ 2 ປະເທດ, ແລກປ່ຽນບົດຮຽນໃນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍ.