(vovworld) - ຕອບບ່າຍວັນທີ 18/10 ຢູ່ສຳນັກງານສະພາແຫ່ງຊາດຫວຽດນາມ, ທ່ານປະທານສະພາແຫ່ງຊາດຫວຽດນາມ Nguyen Sinh Hung ໄດ້ໃຫ້ການຕ້ອນຮັບທ່ານນາງປະທານອົງການກວດສອບແຫ່ງລັດລາວ ວຽງທອງ ສີພັນດອນ ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ທ່ານປະທານສະພາແຫ່ງຊາດ Nguyen Sinh Hung ໄດ້ຖືວ່າ ການຢ້ຽມຢາມຄັ້ງນີ້ມີຄວາມໝາຍສຳຄັນຍິ່ງ ໃນສະພາບການທີ່ສອງປະເທດພວມຕັ້ງໜ້າຜັນຂະຫຍາຍບັນດາການເຄື່ອນໄຫວຢ່າງແທດຈິງເພື່ອສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງຫວຽດນາມ - ລາວ. ທ່ານປະທານສະພາແຫ່ງຊາດ Nguyen Sinh Hung ໄດ້ຢືນຢັນວ່າ ສະພາແຫ່ງຊາດຫວຽດນາມ ແລະ ສະພາແຫ່ງຊາດລາວ ໄດ້ມີການປະສານສົມທົບກັນຢ່າງແໜ້ນແຟ້ນ, ນັບມື້ນັບເຂົ້າສູ່ລວງເລິກ ແລະ ແທດຈິງ. ສະແດງຄວາມປິຕິຊົມຊື່ນຕໍ່ໝາກຜົນການຮ່ວມມືສອງຝ່າຍອັນດີງາມລະຫວ່າງຂະແໜງກວດສອບສອງປະເທດ, ທ່ານປະທານສະພາແຫ່ງຊາດ Nguyen Sinh Hung ໄດ້ສະເໜີໃຫ້ຂະແໜງກວດສອບຫວຽດນາມ ແລະ ລາວ ຕ້ອງເພີ່ມທະວີບັນດາການພົວພັນຮ່ວມມືຫຼາຍກວ່າອີກ ເພື່ອໃຫ້ສົມກັບຄວາມສາມັກຄີແບບພິເສດ, ການພົວພັນຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດອ້າຍນ້ອງຫວຽດນາມ ແລະ ລາວ.