ປະທານສະພາແຫ່ງຊາດຕ້ອນຮັບທີ່ປຶກສາພິເສດສຳພັນທະມິດສະມາຊິກລັດຖະສະພາມິດຕະພາບ ຍີ່ປຸ່ນ - ຫວຽດນາມ

(VOVWORLD) - ຕອນເຊົ້າວັນທີ 29 ມັງກອນ, ທີ່ສຳນັກງານສະພາແຫ່ງຊາດ ຫວຽດນາມ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ໃຫ້ການຕ້ອນຮັບທ່ານ Tsutomu Takebe, ທີ່ປຶກສາພິເສດສຳພັນທະມິດສະມາຊິກລັດຖະສະພາມິດຕະພາບ ຍີ່ປຸ່ນ - ຫວຽດນາມ, ເນື່ອງໃນໂອກາດເຂົ້າຮ່ວມງານບຸນ ຍີ່ປຸ່ນ - ຫວຽດນາມ ຄັ້ງທີ 5.
ປະທານສະພາແຫ່ງຊາດຕ້ອນຮັບທີ່ປຶກສາພິເສດສຳພັນທະມິດສະມາຊິກລັດຖະສະພາມິດຕະພາບ ຍີ່ປຸ່ນ - ຫວຽດນາມ - ảnh 1 ທ່ານນາງ ຫງວຽນທິກິມເງິນ ໄດ້ໃຫ້ການຕ້ອນຮັບທ່ານ Tsutomu Takebe

ກ່າວຄຳເຫັນທີ່ການຕ້ອນຮັບ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຕີລາຄາສູງການເຄື່ອນໄຫວທີ່ອຸດົມສົມບຸນ, ຕັ້ງໜ້າ ແລະ ມີປະສິດທິຜົນຂອງກຸ່ມສະມາຊິກລັດຖະສະພາມິດຕະພາບ 2 ປະເທດ ແລະ ສະເໜີທ່ານ Tsutomu Takebe  ແລະ ສຳ ພັນທະມິດສະມາຊິກລັດຖະສະພາ ຍີ່ປຸ່ນ - ຫວຽດນາມ ສືບຕໍ່ເປັນຂົວຕໍ່ຊຸກຍູ້ການຮ່ວມມື 2 ຝ່າຍໃນບັນດາຂົງເຂດ.

        ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ໄດ້ຮັບຮູ້ບົດບາດ, ການປະກອບສ່ວນ, ນ້ຳໃຈ ກໍ່ຄືຄວາມສຸດຈິດສຸດໃຈຂອງທ່ານ Tsutomu Takebe ໃນຖານະເປັນທີ່ປຶກສາພິເສດສຳພັນທະມິດສະມາຊິກລັດຖະສະພາມິດຕະພາບ ຍີ່ປຸ່ນ - ຫວຽດນາມ ແລະ ຫົວໜ້າຄະນະຈັດຕັ້ງງານບຸນ ຍີ່ປຸ່ນ - ຫວຽດນາມ, ເປັນຄົນລິເລີ່ມຈັດຕັ້ງບັນດາການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳລະຫວ່າງ 2 ປະເທດ, ປະກອບສ່ວນເພີ່ມທະວີການພົວພັນແລກປ່ຽນວັດທະນະທຳ, ເພີ່ມຄວາມເຂົ້າອົກເຂົ້າໃຈລະຫວ່າງປະຊາຊົນ 2 ປະເທດ, ຊຸກຍູ້ການພົວພັນຮ່ວມມື, ມິດຕະພາບລະຫວ່າງ ຍີ່ປຸ່ນ ແລະ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ