(VOVWORLD) - ວັນທີ 24 ກໍລະກົດ, ທ່ານນາງປະທານສະພາແຫ່າງຊາດ ຫວຽດນາມ ຫງວຽນທິກີມເງິນ ໄດ້ລົງຢ້ຽມຢາມ ແລະ ມອບຂອງຂວັນໃຫ້ບັນດາແມ່ ຫວຽດນາມ ວິລະຊົນ, ທະຫານເຈັບປ່ວຍ, ທະຫານເສຍອົງຄະ, ຜູ້ມີຄຸນງາມຄວາມດີຂອງແຂວງ ຫາຍເຢືອງ.
ປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ຢ້ຽມຢາມ,ມອບຂອງຂວັນຄອບຄົວນັກຮົບເສຍສະຫຼະຊີວິດເພື່ອຊາດແຂວງຫາຍເຢືອງ |
ທ່ານນາງປະທານສະພາແຫ່າງຊາດ ຫວຽດນາມ ຫງວຽນທິກີມເງິນ ຖືວ່າ: ບັນດາຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດ ຈະໄດ້ຮັບການຈຳລຶກບຸນຄຸນຊົ່ວກາລະນານ. ບັນດາລຸ້ນຄົນສືບທອດ ໝັ້ນໝາຍຈະປະຕິບັດ, ຮ່ຳຮຽນຕາມຄົນລຸ້ນກ່ອນ ເພື່ອສ້າງສາ ແລະ ປົກປັກຮັກສາປະເທດຊາດ.
ແລະກໍ່ໃນວັນທີ 24 ກໍລະກົດ, ທ່ານນາງປະທານສະພາແຫ່າງຊາດ ຫວຽດນາມ ຫງວຽນທິກີມເງິນ ໄດ້ໄປາຖະຫວາຍທູບທຽນຢູ່ອະນຸສາວະລີອາໄລຫາບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ ຢູ່ເທດສະບານເມືອງ ຈີ໋ລີງ, ແຂວງ ຫາຍເຢືອງ.