ປະທານສະພາແຫ່ງຊາດລາວປານີ ຢາທໍ່ຕູ້ ຕ້ອນຮັບຮອງປະທານສະພາແຫ່ງຊາດຫວຽດນາມ
(ທ່ານນາງປະທານສະພາແຫ່ງຊາດລາວປານີ ຢາທໍ່ຕູ້
ຕ້ອນຮັບຮອງປະທານສະພາແຫ່ງຊາດຫວຽດນາມ)
(vovworld) - ຕອນບ່າຍວັນທີ 06/09, ຢູ່ນະຄອນຫຼວງວຽງຈັນ, ປະເທດລາວ, ທ່ານຮອງປະທານສະພາແຫ່ງຊາດຫວຽດນາມ ໂດ້ບ໋າຕີ້ ໄດ້ເຂົ້າຢ້ຽມຂ່ຳນັບທ່ານນາງປະທານສະພາແຫ່ງຊາດລາວ ປານີ ຢາທໍ່ຕູ້. ທ່ານນາງປະທານສະພາແຫ່ງຊາດລາວ ປານີ ຢາທໍ່ຕູ້ ໄດ້ຂອບໃຈຫວຽດນາມ ແລະ ເຊື່ອໝັ້ນວ່າ ການຮ່ວມມືລະຫວ່າງສະພາແຫ່ງຊາດ 2 ປະເທດ ຈະນັບມື້ນັບໄດ້ຮັບການຮັດແໜ້ນ ແລະ ເຂົ້າສູ່ລວງເລິກ, ພິເສດແມ່ນໃນຂົງເຂດໜູນຊ່ວຍດ້ານກົດໝາຍ, ສ້າງກອບນິຕິກຳໃຫ້ການຮ່ວມມືໃນທຸກຂົງເຂດລະຫວ່າງ 2 ປະເທດ. ທ່ານຮອງປະທານສະພາແຫ່ງຊາດຫວຽດນາມ ໂດ້ບ໋າຕີ້ ສະເໜີໃຫ້ສະພາແຫ່ງຊາດ 2 ປະເທດ ສືບຕໍ່ເພີ່ມທະວີການຮ່ວມມື, ແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນໃນຂົງເຂດເຄື່ອນໄຫວຂອງສະພາແຫ່ງຊາດ ເພື່ອໃຫ້ 2 ຝ່າຍປະຕິບັດໜ້າທີ່ສ້າງກົດໝາຍ, ຕິດຕາມກວດກາ ແລະ ຕົກລົງບັນດາບັນຫາສຳຄັນລະຫວ່າງ 2 ປະເທດໃຫ້ເປັນຢ່າງດີ.