ປະທານສະພາແຫ່ງຊາດຫງວຽນຊິງຮຸ່ງ ເຮັດວຽກຢູ່ນະຄອນໂຮ່ຈິມິນ
ທ່ານປະທານສະພາແຫ່ງຊາດຫງວຽນຊິງຮຸ່ງ
(ພາບ:quangninh.gov.vn)
(vovworld) - ຕອນເຊົ້າວັນທີ 02/03, ຄະນະກຳມາທິການປັບປຸງຮ່າງລັດຖະທຳມະນູນປີ 1992 ໂດຍທ່ານປະທານສະພາແຫ່ງຊາດຫງວຽນຊິງຮຸ່ງ ເປັນຫົວໜ້າຄະນະ, ໄດ້ມີການເຮັດວຽກກັບນະຄອນໂຮ່ຈິມິນ ກ່ຽວກັບເລື່ອງຈັດຕັ້ງຮັບເອົາຄຳຄິດຄຳເຫັນຈາກປະຊາຊົນ ກ່ຽວກັບຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ. ທີ່ການເຮັດວຽກ, ທ່ານປະທານສະພາແຫ່ງຊາດຫງວຽນຊິງຮຸ່ງ ຊີ້ແຈ້ງຄວາມສຳຄັນຂອງການປັບປຸງລັດຖະທຳມະນູນປີ 1992 ຄັ້ງນີ້; ທ່ານເນັ້ນໜັກວ່າ ນະຄອນຕ້ອງໂຄສະນາໃຫ້ປະຊາຊົນເຂົ້າໃຈຄວາມສຳຄັນ, ບົດບາດ, ສິດຂອງຕົນໃນການເຂົ້າຮ່ວມການປະກອບຄຳຄິດຄຳເຫັນ.
“ພວກເຮົາຕ້ອງມີປະຊາທິປະໄຕກັບປະຊາຊົນ, ຈັດຕັ້ງການຮັບເອົາຄຳຄິດຄຳເຫັນຂອງທົ່ວຊວງຊົນ ສະນັ້ນຕ້ອງຈັດຕັ້ງຢ່າງແທດຈິງ ເພື່ອໃຫ້ປະຊາຊົນປະຕິບັດສິດຕັດສິນຂອງຕົນ, ຫາກບໍ່ນຳໃຊ້ສິດຂອງສະມາຊິກສະພາແຫ່ງຊາດເພື່ອລົງມະຕິຕາມລຳພັງໃຈ. ສະນັ້ນ, ພວກເຮົາຄວນປະຕິບັດຢ່າງເລິກເຊິ່ງ, ກວ້າງແຂວງ, ຈິງໃຈ ແລະ ຮັບເອົາຄຳຄິດຄຳເຫັນຂອງປະຊາຊົນດ້ວຍຄວາມນັບຖື, ຕ້ອງຈັດຕັ້ງຢ່າງມີວິທະຍາສາດ, ມີຄວາມໃກ້ຊິດຕິດແທດກັບຂັ້ນຮາກຖານເພື່ອໃຫ້ປະຊາຊົນສາມາດປະກອບຄຳຄິດຄຳເຫັນໄດ້”.