ປະທານສະພາແຫ່ງຊາດຫງວຽນຊິງຮູ່ງຊີ້ນຳວຽກງານຂອງຫ້ອງວ່າການສະພາແຫ່ງຊາດໃນປີ2015

ປະທານສະພາແຫ່ງຊາດຫງວຽນຊິງຮູ່ງຊີ້ນຳວຽກງານຂອງຫ້ອງວ່າການສະພາແຫ່ງຊາດໃນປີ2015 - ảnh 1
ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ
(ພາບ: TTXVN)

(vovworld) – ​​​ຕອນ​ເຊົ້າ​ວັນ​ທີ 16/1, ຢູ່​ຮ່າ​ໂນ້ຍ, ເມື່ອ​ເຂົ້າ​ຮ່ວມ ແລະ ຊີ້​ນຳ​ກອງ​ປະ​ຊຸມ​ພະ​ນັກ​ງານ, ລັດ​ຖະ​ກອນ ແລະ ​ຜັນ​ຂະ​ຫຍາຍ​ໜ້າ​ທີ່​ປີ 2015 ຂອງ​ຫ້ອງວ່າ​ການ​ສະ​ພາ​ແຫ່ງ​ຊາດ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ໄດ້​ຍ້ອງ​ຍໍ​ຊົມ​ເຊີຍ ແລະ ຕີ​ລາ​ຄາ​ສູງ​ຄວາມ​ມາ​ນະ​ພະ​ຍາ​ຍາມຂອງ​ໝູ່​ຄະ​ນະ​ພະ​ນັກ​ງານ, ລັດ​ຖະ​ກອນ​ຫ້ອງວ່າ​ການ​ສະ​ພາ​ແຫ່ງ​ຊາດ​ໃນ​ປີ 2014. ​ເມື່ອກຳ​ນົດ​ທິດ​ວຽກ​ງານ​ປີ 2015, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ເນັ້ນ​ໜັກ​ວ່າ: ເລື່ອງ​ປະ​ຕິ​ບັດ​ສຳ​ເລັດ​ໜ້າ​ທີ​ປີ 2015 ມີ​ຄວາມ​ໝາຍ​ສຳ​ຄັນ​ພິ​ເສດ​ ປະ​ກອບ​ສ່ວນ​ສືບ​ຕໍ່​ຜັນ​ຂະ​ຫຍາຍ​ການ​ປະ​ຕິ​ບັດ​ລັດ​ຖະ​ທຳ​ມະ​ນູນ​ເຂົ້າ​ສູ່​ຊີ​ວິດ. ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊີງ​ຮູ່ງ ຫວັງ​ວ່າ ຫ້ອງວ່າ​ການ​ສະ​ພາ​ແຫ່ງ​ຊາດ ຄວນ​​ມີ​ຄວາມຮັບ​ຮູ້​, ​ເນື້ອ​ໃນຈິດ​ໃຈ, ຄວາມ​ໝາຍ​ຂອງ​ລັດ​ຖະ​ທຳ​ມະ​ນູນ​ປີ 2013 ຢ່າງ​ເລິກ​ເຊິ່ງ ​ເພື່ອ​ສືບ​ຕໍ່​ໂຄ​ສະ​ນາ​ເຜີຍ​ແຜ່, ສ້າງ​ກົດ​ໝາຍ. ຫ້ອງວ່າ​ການ​ສະ​ພາ​ແຫ່ງ​ຊາດ​ຄວນ​ປະ​ຕິ​ບັດ​ວຽກ​ງານ​ເປັນ​ເສ​ນາ​ທິ​ການ, ລ​ວບ​ລ​ວມ. ພິ​ເສດ, ເອົາ​ໃຈ​ໃສ່​ເຖິງວຽກ​ງານ​ພົວ​ພັນ​ຕ່າງ​ປະ​ເທດ, ທີ່​ຕັ້ງ, ບົດ​ບາດ​ຂອງ​ສະ​ພາ​ແຫ່ງ​ຊາດ​ໃນ​ການ​ພົວ​ພັນ​ກັບ​ສາ​ກົນ.


ຂ່າວ/ບົດ​ອື່ນ