ປະທານສະພາແຫ່ງຊາດຫງວຽນຊິງຮຸ່ງຕ້ອນຮັບປະທານສະພາຕ່ຳອີນເດຍ

ປະທານສະພາແຫ່ງຊາດຫງວຽນຊິງຮຸ່ງຕ້ອນຮັບປະທານສະພາຕ່ຳອີນເດຍ - ảnh 1
ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຫງວຽນ​ຊິງ​ຮຸ່ງ ແລະ ​ປະ​ທານ​ສະ​ພາ​ຕ່ຳ​ອີນ​ເດຍ ທ່ານ​ນາງ Sumitra MahaJan


(vovworld)- ຕອນ​ບ່າຍ​ວັນ​ທີ 28/3, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຫງວຽນ​ຊິງ​ຮຸ່ງ ໄດ້​ໃຫ້​ການ​ຕ້ອນ​ຮັບ​ປະ​ທານ​ສະ​ພາ​ຕ່ຳ​ອີນ​ເດຍ ທ່ານ​ນາງ Sumitra MahaJan ເນື່ອງ​ໃນ​ໂອ​ກາດ​ທ່ານ​ນາງ ພ້ອມ​ດ້ວຍ​ຄະ​ນະ​ມາ​ເຂົ້າ​ຮ່ວມກອງ​ປະ​ຊຸມ IPU 132 . ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຫງວຽນ​ຊິງ​ຮຸ່ງ ຢືນ​ຢັນ​ວ່າ ການ​ຢ້ຽມ​ຢາມ​ຫວຽດ​ນາມ​ຂອງປະ​ທານ​ສະ​ພາ​ຕ່ຳ​ອີນ​ເດຍ ທ່ານ​ນາງ Sumitra MahaJan ພ້ອມ​ດ້ວຍ​ຄະ​ນະໃນ​ຄັ້ງ​ນີ້ ສືບ​ຕໍ່​ປະ​ກອບ​ສ່ວນ​ປັບ​ປຸງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະ​ຫວ່າງ 2 ປະ​ເທດ​ໃຫ້​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່. ໃນ​ຂອບ​ເຂດ​ເວ​ທີ​ປາ​ໄສ​ພາກ​ພື້ນ ແລະ ສາ​ກົນ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຫງວຽນ​ຊິງ​ຮຸ່ງ ຫວັງ​ວ່າ ​ສະ​ພາ​ແຫ່ງ​ຊາດຂອງ 2 ປະ​ເທດ​ສະ​ໜັບ​ສະ​ໜູນ ແລະ ຊ່ວຍ​ເຫຼືອ​ຊຶ່ງ​ກັນ ແລະ ກັນ, ສືບ​ທອດ​ມູນ​ເຊື້ອໄມ​ຕີ​ຈິດ​ອັນ​ດີ​ງາມຊຶ່ງ​ການ​ນຳ 2 ປະ​ເທດ​ໄດ້​ເພີ່ມ​ພູນ​ຄູນ​ສ້າງຂຶ້ນ.

ຂ່າວ/ບົດ​ອື່ນ