ປະທານສະພາແຫ່ງຊາດຫງວຽນຊິງຮູ່ງຕ້ອນຮັບຮອງປະທານສະພາຜູ້ແທນປະຊາຊົນແຫ່ງຊາດຈີນ
ທ່ານ ເຈີນຈຸກ ແລະ ທ່ານ ຫງວຽນຊິງຮູ່ງ
(ພາບ: TTXVN)
|
(vovworld) – ຕອນບ່າຍວັນທີ 28/3, ທີ່ການຕ້ອນຮັບຮອງຫົວໜ້າຄະນະປະຈຳສະພາຜູ້ແທນປະຊາຊົນແຫ່ງຊາດ ຈີນ ເຈີນຈຸກ ແລະ ຄະນະຜູ້ແທນຂັ້ນສູງ ຈີນ ເນື່ອງໃນໂອກາດຄະນະມາເຂົ້າຮ່ວມກອງປະຊຸມໃຫຍ່ສະຫະພັນລັດຖະສະພາສາກົນ 132, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ຖືວ່າ: ເລື່ອງຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມ IPU 132 ແມ່ນການລະດົມໃຈສຳລັບ ຫວຽດນາມ ໃນວຽກງານກະກຽມໃຫ້ແກ່ກອງປະຊຸມໃຫຍ່ , ສະແດງໃຫ້ເຫັນການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດເວົ້າລວມ ແລະ ສະພາແຫ່ງຊາດ 2 ປະເທດເວົ້າສະເພາະ. ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ເຊື່ອໝັ້ນວ່າ, ບົນພື້ນຖານສາຍພົວພັນມິດຕະພາບ, ທິ່ເປັນມູນເຊື້ອມີມາແຕ່ດົນນານ, 2 ປະເທດຈະຊຸກຍູ້ການພົວພັນຮ່ວມມືມິດຕະພາບ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ, ຮັບຮອງເອົາຫຼາຍມາດຕະການສັນຕິພາບແກ້ໄຂຄວາມຂັດແຍ້ງກັນ, ຄວາມບໍ່ລົງລອຍກັນ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ.