ປະທານສະພາແຫ່ງຊາດຫງວຽນຊິງຮຸ່ງຢ້ຽມຢຽມສະຖານທີ່ຂອງປະທານໂຮ່ຈິມິນເຄີຍເຮັດວຽກແລະດຳລົງຊີວິດຢູ່ອາເມລິກາ
(ທ່ານປະທານສະພາແຫ່ງຊາດຫງວຽນຊິງຮຸ່ງຢ້ຽມຢຽມສະຖານທີ່
ຂອງປະທານໂຮ່ຈິມິນເຄີຍເຮັດວຽກແລະດຳລົງຊີວິດຢູ່ອາເມລິກາ)
(vovworld) – ໃນຂອບເຂດການຢ້ຽມຢາມອາເມລິກາ, ຕອນເຊົ້າວັນທີ 05/09 (ຕາມເວລາຫວຽດນາມ), ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ແລະ ຄະນະຜູ້ແທນສະພາແຫ່ງຊາດຫວຽດນາມ ໄດ້ໄປເຖິງໂຮງແຮມ Omni Parker House, ຢູ່ນະຄອນ Boston, ຊຶ່ງແມ່ນບ່ອນທີ່ປະທານໂຮ່ຈິມິນ ເຄີຍເຮັດວຽກ ແຕ່ປີ 1911 – 1913, ໃນການເດີນທາງກູ້ຊາດ. ທີ່ສະຖານທີ່ປະຫວັດສາດນີ້, ທ່ານປະທານສະພາແຫ່ງຊາດ ຫງວຽນຊິຮຸ່ງ ໄດ້ມີການພົບປະກັບບັນດານັກຊ່ຽວຊານອາເມລິກາ ທີ່ຄົ້ນຄວ້າກ່ຽວກັບຫວຽດນາມ ແລະ ຊາວໜຸ່ມ, ພໍ່ແມ່ປະຊາຊົນຊາວຫວຽດນາມ ພວມດຳລົງຊີວິດ, ຮໍ່າຮຽນຢູ່ Boston.
ທີ່ການພົບປະກັບຜູ່ຕາງໜ້າປັນຍາຊົນ ແລະ ນັກສຶກສາຫວຽດນາມ ພວມຮໍ່າຮຽນ ແລະ ເຮັດວຽກຢູ່ລັດ Massachussets, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ປາດຖະໜາວ່າ, ປະຊາຄົມ ແລະ ລຸ້ນໜຸ່ມຫວຽດນາມ ອາໄສຢູ່ Boston ສືບຕໍ່ປະກອບພູມປັນຍາໃຫ້ແກ່ພາລະກິດສ້າງສາ, ປ່ຽນໃໝ່ປະເທດຊາດ ແລະ ປະກອບສ່ວນຊຸກຍູ້ການພົວພັນມິດຕະພາບລະຫວ່າງຫວຽດນາມ ແລະ ອາເມລິກາ ໃຫ້ນັບມື້ນັບພັດທະນາ.
ກ່ອນໜ້ານັ້ນ, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ໄດ້ໄປຢ້ຽມຢາມ ໂຮງໝໍຫຼາຍຂະແໜງ Massachussets, ຢ້ຽມຢາມ ນະຄອນເກົ່າ Boston, ສານສູງສຸດ Massachussets…