ປະທານາທິບໍດີ ຈີເລ ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ

ປະທານາທິບໍດີ ຈີເລ ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ - ảnh 1
ທ່ານ​ປະທານາທິບໍດີ ຈີ​ເລ
Sebastian Pinera Echenique

( vovworld ) - ​ໂດຍ​ໄດ້​ຮັບ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ​ປະທານ​ປະ​ເທດຫວຽດນາມ ​ເຈືອງ​ເຕີນ​ຊາງ, ວັນ​ທີ 21/3, ​ທ່ານ​ປະທານາທິບໍດີ ຈີ​ເລ Sebastian Pinera Echenique, ​​ໄດ້​ເດີນທາງມາ​ຮອດນະຄອນຫຼວງຮ່າ​ໂນ້ຍ, ​ເລີ່​ມຕົ້ນ​ການ​ຢ້ຽມຢາມ​ຫວຽດນາມ ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 21 – 25/3/2012.

 ຮ່ວມ​ເດີນທາງພ້ອມ​ກັບ​ຄະນະມີ​​ທ່ານເອກ​ອັກຄະ​ລັດຖະທູດວິສາມັນ​ຜູ້​ມີ​ອຳນາດ​ເຕັມ ແຫ່ງ​ ສ.ຈີ​ເລ ປະຈຳ ຫວຽດນາມ  Fernando Jose Urrutia, ຫົວໜ້າ​ກົມ​ໃຫຍ່​ອາຊີ - ປາຊີ​ຟິກ, ລັດຖະມົນຕີ​ການ​ຕ່າງປະ​ເທດ ຈີ​ເລ ທ່ານ Jose Miguel de la Cruz ​ແລະ ສະມາຊິກ​ສະພາ​ສູງ, ອະ​ດີດປະທານາທິບໍດີ ສ.ຈີ​ເລ ທ່ານ Eduaro Frei.

ຂ່າວ/ບົດ​ອື່ນ